ລົດ​ໄຟ​ສາ​ກົນ​ຈີນ-ເອີ​ຣົບ​​ທີ່ອອກ​ຈາກ​ສາງ​ຊ່າ​ຂະ​ບວນ​ທຳ​ອິດ​ໄປ​ເຖິງ​ບູ​ດາ​ແປັ​ດ​ສ
2017-06-17 14:22:18  cri 
ລົດ​ໄຟ​ສາ​ກົນ​ຈີນ-ເອີ​ຣົບ​ຈາກ​ເມືອງ​ສາງ​ຊ່າ ສ​ປ ຈີນ​ມຸ່ງ​ໜ້າ​ສູ່​ບູ​ດາ​ແປັດ​ສຂະ​ບວນ​ທຳ​ອິດ​ໄດ້​ເດີນ​ທາງ​ໄປ​ເຖິງ​ສູນ​ຂົນ​ສົ່ງ​ສິນ​ຄ້າແບບ​ປະ​ສົມ​ນະ​ຄອນຫຼວງ​ບູ​ດາ​ແປັ​ສ​ປະ​ເທດ​ຮົງ​ກາ​ຣີ​ໃນ​ຕອນ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ​ນີ້ ເຊິ່ງ​ເປັນລົດ​ໄຟ​ຈີນ-ເອີ​ຣົບ​ຂະ​ບວນ​ທຳ​ອິດ​ຂອງ​ຈີນ​ທີ່​ຜ່ານ​ອູ​ແກ​ຣນ​ເຂົ້າ​ສູ່​ປະ​ເທດ​ສະ​ຫະ​ພາບ​ເອີ​ຣົບ.

ຂະ​ບວນ​ລົດ​ໄຟ​ດັ່ງ​ກ່າວ​ອອກ​ຈາກ​ເມືອງ​ສາງ​ຊ່າ ແຂວງຫູ​ນານໃນ​ວັນ​ທີ 27 ພຶດ​ສະ​ພາ​ຜ່ານ​ມາ​ໂດຍ​ນຳ​ເອົາ​ຕູ້​ບັນ​ທຸກ​ສິນ​ຄ້າ​ຕ່າງໆ​ເປັນ​ຕົ້ນ ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ຣ​ນິກ,​ເກີບ, ເສື້ອ​ອາ​ພອນ,ສາຍ​ກາບ​ໃຍ​ແສງ,​ເຄື່ອງໂລ​ຫະ,ອາ​ໄລ່​ຊິ້ນ​ສ່ວນ​ກົນ​ຈັກ​ແລະ​ອື່ນໆ​ລວມ​ທັງ​ໝົດ 41 ຕູ້,ເດີນ​ໄລ​ຍະທາງ​​ທັງ​ໝົດ 1 ໝື່ນ​ກິ​ໂລ​ແມັດ​ໂດຍ​ຜ່ານ​ປະ​ເທດ​ມົງ​ໂກ​ລີ,​ຣັດ​ເຊຍ,ອູ​ແກ​ຣນແລະສະ​ໂລ​ວັກ ແລະ​ເປັນ​ເສັ້ນ​ທາງ​ຂະ​ບວນ​ລົດ​ໄຟ​ຈີນ​-ເອີ​ຣົບ​ທີ່​ອອກ​ຈາກ​ແຂວງ​ຫູ​ນານ​ສາຍ​ທີ 6 ຫຼັງ​ໄດ້​ເປີດ​ຂະ​ບວນ​ລົດ​ໄປ​ເມືອງ​ແຮມ​ເບີກ​ປະ​ເທດ​ເຢຍ​ລະ​ມັນ,ນະ​ຄອນຫຼວງວັກ​ໂຊວີ​ປະ​ເທດ​ໂປ​ໂລຍ,ນະ​ຄອນຫຼວງ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ, ນະ​ຄອນຫຼວງ​ຕັ​ສ​ເກັນ​​ປະ​ເທດ​ອຸ​ສ​ເບ​ກີ​ສະ​ຖານ​ແລະ​ນະ​ຄອນຫຼວ​ງ​ມິງ​ສ​ກ໌ ​ເບ​ລາ​​ຣູ​ຊີ.

ວັນ​ທີ 21 ເມ​ສາ​ຜ່ານ​ມາ, ຂະ​ບວນ​ລົດ​ໄຟ​ສາ​ກົນ​ຈີນ-ເອີ​ຮົບ​ທີ່​ອອກ​ຈາກ​ເມືອງ​ຊີ່​ອ່ານ ແຂວງ​ສ້ານ​ຊີ ສ​ປ ຈີນ​ໄປ​ບູ​ດາ​ແປັດ​ສຂະ​ບວນ​ທຳ​ອິດ​ໄດ້​ເດີນ​ທາງ​ເຖິງ​ບູ​ດາ​ແປັ​ດ​ສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ