ທ່ານ​ທ​ຣຳ​ປະ​ກາດ​ຈະ​ຮັດ​ກຸມບາງ​ນະ​ໂຍ​ບາຍ​ຕໍ່​ກູ​ບາ
2017-06-17 14:27:24  cri 
ທ່ານ​ໂດ​ນັນ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີອ​າ​ເມ​ລິ​ກາ​ຖະ​ແຫຼ​ງ​ໃນ​ວັນ​ທີ 16 ມິ​ຖຸ​ນາ​ນີ້​ວ່າ: ​ຈະ​ຮັດ​ກຸມ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ,ການ​ທ່ອງ​ທ່ຽວ​ແລະ​ອື່ນໆ​​ທີ່​ປະ​ຕິ​ບັດ​ຕໍ່​ກູ​ບາເຊິ່ງ​ຕົກ​ລົງ​ໂດຍ​ລັດ​ຖະ​ບານ​ໂອ​ບາ​ມາ, ແຕ່​ຈະ​ບໍ່​ປິດ​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ກູ​ບາ​ທີ່​ເປີດ​ຄືນ​ເມື່ອ​ປີ 2015.

ວັນ​ທີ 17 ທັນ​ວາ 2014, ທ່ານ​ບາ​ຣັກ ​ໂອ​ບາ​ມາ ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ​ແລະ​ທ່ານ​ລາວ ກັ​ສ​ໂຕ​ຣ ຜູ້​ນຳ​ກູ​ບາ​ໄດ້ປະ​ກາດ​ເປີດ​ຂະ​ບວນ​ການ​ຫັນ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເປັນ​ປົກ​ກະ​ຕິ ແລະ​ສອງ​ປະ​ເທດ​ໄດ້​ຟື້ນ​ຟູ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ກໍ​ລະ​ກົດ 2015. ແຕ່​ວ່າ ມາ​ຮອດ​ທ້າຍ​ເດືອນ​ພະ​ຈິກ​ປີ 2016 ຜ່ານ​ມາ, ທ່ານ​ທ​ຣຳ​ໄດ້​ຢືນ​ຢັນ​ວ່າ ຖ້າ​ຫາກ​ກູ​ບາ​ບໍ່​ສາ​ມາດ​ບັນ​ລຸ​ບາງເປົ້າ​ໝາຍ​ພິ​ເສດ​​ໄດ້, ຕົນ​ຈະ​ຢຸດ​ຂະ​ບວນ​ການ​ຫັນ​ສາຍ​ພົວ​ພັນ​ລະ​ຫວ່​າງ​ສອງ​ປະ​ເທດ​ໃຫ້​ເປັນ​ປົກ​ກະ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ