ທະ​ນາ​ຄານ​ກາງ​ຣັດ​ເຊຍ​ປັບຫຼຸດ​ອັດ​ຕາ​ດອກ​ເບັ້ຍ​ພື້ນ​ຖານ​ລົງ​ເຖິງ 9%
2017-06-17 14:31:20  cri 
ທະ​ນາ​ຄານ​ກາງ​ຣັດ​ເຊຍ​ປະ​ກາດ​ໃນ​ວັນ​ທີ 16 ມິ​ຖຸ​ນາ​ນີ້​ວ່າຈະ​ປັບຫຼຸດ​ອັດ​ຕາ​ດອກ​ເບັ້ຍ​ພື້ນ​ຖານ​ລົງ​ອີກ​ 25% ​ຄືໃຫ້ຢູ່​ໃນ​ລະ​ດັບ 9% ເຊິ່ງ​ເປັນ​ເທື່ອ​ທີ 3 ທີ່​ທະ​ນາ​ຄານ​ດັ່ງ​ກ່າວ​ປັບຫຼຸດ​ອັດ​ຕາ​ດອກ​ເບັ້ຍ​ພື້ນ​ຖານ​ນັບ​ແຕ່​ຕົ້ນ​ປີ​ນີ້​ມາ.

ທະ​ນາ​ຄານ​ກາງ​ຣັດ​ເຊຍ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 16 ມິ​ຖຸ​ນາ​ນີ້​ວ່າ: ເນື່ອງ​ຈາກ​ໄພ​ເງິນ​ເຟີ້​ຄາດ​ວ່າ​ຈະ​ສືບ​ຕໍ່​ຮັກ​ສາ​ຢູ່​ໃນ​ລະ​ດັບ​ຕ່ຳ, ຄວາມ​ສ່ຽງ​ທີ່​ເກີດ​ໄພ​ເງິນ​ເຟີ້​ໃນ​ໄລ​ຍະ​ສັ້ນ​ຫຼຸດ​ລົງ ແລະ​ເສດ​ຖະ​ກິດ​ໄດ້​ຟື້ນ​ຕົວ​ຄືນ, ສະ​ນັ້ນ, ທະ​ນາ​ຄານ​ກາງ​ຈິ່ງ​ຕັດ​ສິນ​ປັບ​ຫຼຸດ​ອັດ​ຕາ​ດອກ​ເບັ້ຍ​ໃຫ້​ລົງ​ເຖິງ 9%.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ໃນ​ຕໍ່​ໜ້າ, ທະ​ນາ​ຄານ​ກາງ​ຣັດ​ເຊຍ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຜ່ອນ​ຄາຍ​ເງິນ​ຕາ​​ແບບ​ສຸ​ຂຸມ​ຮອບ​ຄອບ ຂະ​ນະ​ທີ່​ຮັກ​ສາ​ໄພ​ເງິນ​ເຟີ້​ໃຫ້​ຢູ່​ໃນ​ລະ​ດັບ 4%.

ຂ່າວ​ກ່ຽວ​ກັບ​ທະ​ນາ​ຄານ​ກາງ​ຣັດ​ເຊຍ​ປັບຫຼຸດ​ອັດ​ຕາ​ດອກ​ເບັ້ຍ​ພື້ນ​ຖານ​ນັ້ນ​ບໍ່​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ຕະຫຼາດ​ຫຸ້ນ​ແລະ​ຕະຫຼາດ​ແລກ​ປ່ຽນ​ເງິນ​ຕາ​ເກີດ​ຄວາມ​ປັ່ນ​ປ່ວນ​ພໍ​ປານ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ