ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບຄວາມ​ຊົມ​​ເຊີຍ​ຈາກ​ອົງ​ການ​ຫຼຸດ​ຜ່ອນຄວາ​ມ​ທຸກ​ຍາກ​ສາ​ກົນ
2017-06-17 15:01:45  cri 

ວັນ​ທີ 16 ມິ​ຖຸ​ນາ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ໃນ​ໄລ​ຍະສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 35, ສະ​ມາ​ຄົມ​​ສົ່ງ​ເສີມແລກ​ປ່ຽນ​ລະ​ຫວ່າງ​ຊາດ​ອົງ​ການຈັດ​ຕັ້ງ​ປະ​ຊາຊົນ​ຈີນ ແລະ ມຸນ​ນິ​ທິ​​ຫຼຸດ​ຜ່ອນ​ຄວາ​ທຸກ​ຍາກ​ຈີນ​ໄດ້​ພ້ອມ​ກັນ​ຈັດ​ກອງ​ປະ​ຊຸມ​ທີ່​​ມີ​ຫົວ​ຂໍ້ວ່າ "ຫຼຸດ​ຄວາມ​ທຸກ​ຍາກ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ"​ ຢູ່ພະ​ລາ​ຊະ​ວັງ​ແຫ່ງ​ຊາດ ເຊິ່ງ​ເປັນ​ສຳ​ນັກ​ງານ​ໃຫຍ່​ຂອງ​ສະ​ຫະ​ປະ​ຊາ​ຊ​າດ​​ປະ​ຈຳເຊີ​ແນວ. ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ຕ່າງໆ, ອົງ​ການ​ສາ​ກົນ ແລະ ບຸກ​ຄົນ​ຂອງ​ອົງ​ການ​ທີ່​ບໍ່​​ຂຶ້ນ​ກັບລັດ​ຖະ​ບານ​ປະ​ເທດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

​ໃນ​ເວ​ລາ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ, ທ່ານ​ລີວ​ຂາຍ​ຢ໋າງ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົ​ມ​ສົ່ງ​ເສີມ​ແລ​ກ​ປ່ຽນ​ລະ​ຫວ່າງ​ຊາດອົງ​ການ​ຈັດ​ຕັ້ງ​ປະ​ຊາຊົນ​ຈີນກ່າວ​ວ່າ, ຄວາມ​ພົ້ນ​ທຸກ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ປະ​ຊາ​ຄົມ​ໂລກ​​ຜະ​ເຊີນ​ຮ່ວມ​ກັນ, ​ການຫຼຸດ​ຄວາມ​ທຸກ​ຍາກ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້ ແລະ ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ. ​ການ​ທີ່ອົງ​ການ​ທີ່​ບໍ່​​ຂຶ້ນ​ກັບ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ໂດຍ​ປິ່ນ​ອ້ອມ​ການ​ຫຼຸດ​​ຜ່ອນຄວາມ​ທຸກ​ຍາກ​ນັ້ນມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ.

ໃນ​ເວ​ລາ​​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ຫົວ​ເລື່ອງວ່າ "ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ໃຫ້​ພັດ​ທະ​ນາ: ບົດ​ບາດ​ຂອງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ"​, ທ່ານ​ເຮັນ​ຣີ ວັນ ອີ​ເກີນ ຫົວ​ໜ້າ​​ຂັ້ນ​ສູງ​ ກຸ່ມ​ເມີ​ຊີ​ໃຫ້​ເຫັນວ່າ, ໃນ​ຂົງ​ເຂດ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ສາ​ກົນ, ຈີນ​ແມ່ນ​ຜູ້​​ນຳ​ໜ້າ, ບົດ​ຮຽນ​ຂອງ​ຈີນ​ເປັນ​ຕາ​​ໃຫ້​ປະ​ຊ​າ​ຄົມ​ໂລກ​ຖອດ​ຖອນ​ນຳ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ