ໄຂກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ AIIB ຄັ້ງ​ທີ 2 ​ຢູ່​ເຈ​ຈູ​ແຫ່ງ​ສ.ເກົາ​ຫຼີ
2017-06-17 15:08:46  cri 

ວັນ​ທີ 16 ມິ​ຖຸ​ນາ​ນີ້, ກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ​ເຈ​ຈູຂອງ​ສ.ເກົາ​ຫຼີ. ກອງ​ປະ​ຊຸມ​ປະ​ຈຳ​ປີ​ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 3 ວັນ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ 'ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ', ຄະ​ນະ​ຜູ້​ແທນ​ສະ​ມາ​ຊິກ AIIB, ບຸກ​ຄົນ​ວົງ​ການ​ການ​ທະ​ນາ​ຄານ ແລະ ວົງ​ການ​ວິ​ສາ​ຫະ​ກິດ​ປະ​ເທດ​ຕ່າງໆ 2 ພັນ​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເທື່ອ​ນີ້.

ທ່ານ​ຈິ່ນ​ລີ້​ຊູນ ຜູ່​ອຳ​ນວຍ​ການ​ໃຫຍ່ AIIB ແນະ​ນຳ​ວ່າ, ໃນ​ເດືອນ​ມັງ​ກ​ອນ​ປີ 2016 ທີ່ AIIB ຫາ​ກໍ່​​ສ້າງ​ຕັ້ງຂຶ້ນ​ນັ້ນ​ມີ​ 57 ສະ​ມາ​ຊິກ, ເດືອນ​ມີ​ນາ ແລະ ເດືອນ​ພຶດ​ສະ​ພາ​ປີ​ນີ້​ກໍ່​ມີ 20 ປະ​ເທດ ແລະ ເຂດ​ແຄວ້ນ​ເຂົ້າ​ເປັນ​ສະ​ມາ​ຊິກ, ບວກ​ກັບ​3ປະ​ເທດ​ທີ່​ເຂົ້າ​ເປັນ​ສະ​ມາ​ຊິກ​ໃໝ່​ໃນ​ວັນ​ທີ 16 ເດືອນ​ນີ້ ​ມາ​ຮອບ​ປັດ​ຈຸ​ບັນ, AIIB ໄດ້​ມີ 80 ສະ​ມາ​ຊິກ ແລ້ວ. ທ່ານ​ຊີ້​ອອກວ່າ, ການຈັດ​ສັນ ແລະ ເພີ່ມ​ທະ​ວີ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ເຊື່ອມ​ຕໍ່​​ລະ​ຫວ່າງອາ​ຊີ ແລະ ເຂດ​ອື່ນໆ​ໃນ​ໂລກ​ນັ້ນ​ມີ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ ແລະ ຍາວ​ໄກ​ຕໍ່​ເສດ​ຖະ​ກິດ​ໂລກ, ທ່ານ​ຍັງ​​ໄດ້​ເນັ້ນ​ຄວາມ​ສຳ​ຄັນ​ທີ່​ຮ່ວມ​ມື ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ