ເຟັ​ດບຸກ​ຈະ​ໃຊ້​ມາດ​ຕະ​ການ​ເພື່ອ​​ປ້ອງກັນ​ບໍ່​ໃຫ້​ຖືກ​ນຳ​ໃຊ້​ໂດຍ​ຜູ້​ກໍ່​ການ​ຮ້າຍ
2017-06-17 15:12:20  cri 

ຫວ່າງມໍ່ໆ​ນີ້, ເຟັດ​​ບຸກ ເຊິ່ງ​ເປັນສື່​ສັງ​ຄົມ​ອອນ​ໄລ​ອາ​ເມ​ລິ​ກາກ່າວ​ວ່າ, ສື່​ສັງ​ຄົມ​ອອນ​ໄລ​ບໍ່​ຄວນ​ກາຍ​ເປັນ​​ບ່ອນ​ທີ່​ຜູ້​ກໍ່​ການ​ຮ້າຍ​ສະ​ແດງ​ຄວາມ​ເຫັນ, ຂະ​ນະ​ທີ່​ໄດ້​ປະ​ກາດ​ມາດ​ຕະ​ການ​ຂອງ​ຕົນ​ທີ່​ໄດ້​ເຮັດ​ແນວ​ໃດ ​​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຖືກ​ນຳ​ໃຊ້​ໂດຍ​ຜູ້​ກໍ່​ການ​ຮ້າຍ ໂດຍ​ຜ່ານເຕັກ​ນິກ​ໃໝ່, ​ແຮງ​ງານຂອງ​ຄົນ ແລະ ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ.

ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​​ໄດ້ເກີດ​ຂຶ້ນ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ​ຂອງ​ໂລກ​ໃນ​ບາງ​ຄັ້ງ​ບາງ​ຄາວ,ຈາກ​ນີ້,​ ຜູ່​ຊ່​ຽວ​ຊານດ້ານ​ຄວາມ​ປອດ​ໄພ ແລະ ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ໄດ້​ຕິ​ຕຽນ​ສື່​ສັງ​ຄົມ​ອອນ​ໄລ​ທີ່​ມີ​ອິດ​ທິ​ພົນ​​​ກວ້າງ​ຂວາງຈຳ​ນວນ​ໜຶ່ງ​ຖືກ​ນຳ​ໃຊ້​ໂດຍ​ຜູ້​ກໍ່​ການ​ຮ້າຍ​ເພື່ອ​ດຳ​ເນີນ​ການ​ໂຄ​ສະ​ນາ ແລະ​ ປະ​ກ​າດ​ຮັບ​ສະ​ໝັກ​ສະ​ມາ​ຊິກ​ຂອງ​ຕົນ ເຊິ່ງ​ເຟັ​ສ​ບຸກ​ທີ່​ມີ​ຜູ້​ໃຊ້​ເກືອບ 2 ຕື້​ຄົນ​ໃນ​ໂລກ​ນັ້ນ​ກໍ່​ແມ່ນ​ສື່​ໜຶ່ງ.

ໂດຍ​ແນ​ໃສ່​ຄວາມ​ສົງ​ໄສ​ດັ່ງ​ກ່າວ, ທ່ານ​ນາງໂມ​ນີ​ກາ ບິ​ເກີດ ຜູ້​ອຳ​ນວຍ​ການ​ໃຫຍ່​ນະ​ໂຍ​ບາຍ​ທົ່ວ​ໂລກ ແລະ ທ່ານ​ແປ​ຣນ ຟິ​ສ​ມານ ຜູ້​ອຳ​ນວຍ​ການ​ນະ​ໂຍ​ບາຍ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງເຟັດ​​ບຸກ​ໄດ້​ໃຫ້​ຄຳ​ຕອບ​ໂດຍ​ຜ່ານ​ກະ​ທູ້ຢູ່​ເວັບ​ໄຊ​​ທາງ​ການຂອງ​ບໍ​ລິ​ສັດ​​ຕົນ ໂດຍ​ກ່າວ​ວ່າ, ​ເມື່ອ​ບໍ​ລິ​ສັດ​ຕົນ​ປາ​ກົດ​ເຫັນ​ວ່າ ຢູ່​​ໜ້າ​ເຟັດ​​ບຸກ​ມີ​ຜູ້​ກໍ່​ການ​ຮ້າຍ ຫຼື ເນື້ອ​ໃນ​ທີ່​ສະ​ໜັບ​ສະ​ໜູນ​ລັດ​ທິ​ກໍ່​ການ​ຮ້າຍ, ກໍ່​ຈະ​ຂອງ​ຖິ້ມ ທັນ​ທີ. ແຕ່​ເຟັດ​​ບຸກ​ມີ​ຜູ້​ໃຊ້ເກືອບ 2 ຕື້​ຄົນ​ທີ່​​ຕັ້ງ​ກະ​ທູ້ ແລະ ​ປະ​ກອບ​ຄຳ​ເຫັນດ້ວຍ 80 ກວ່າ​ພາ​ສາ​ຈາກ​ແຫ່ງ​ຕ່າງໆ​ທົ່ວ​ໂລກ,​ສົ່ງ​ຜົນ​ເຮັດ​ໃຫ້​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ນັ້ນ​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ.

ພາຍ​ໃຕ້​ຄວາມ​ກົດ​ດັນ​ທີ່ໂລກ​ພາຍ​ນອກ​ຮຽກ​ຮ້ອງ​ໃຫ້​ສື່​ສັງ​ຄົມ​ອອນ​ໄລ​ນຳ​ໃຊ້​ມາດ​ຕະ​ການ​ເພື່ອ​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ແບບ​ກໍ່​ການ​ຮ້າຍຫຼາຍກວ່າ​ເກົ່າ, ​ທຸຍ​ເຕີ (Twitter) ເຊິ່ງ​ເປັນ​ສື່​ສັງ​ຄົມອອນ​ໄລ​ທີ່​ມີ​ອິດ​ທິ​ພົນ​ໃຫຍ່​ອີກ​​ສື່​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ກໍ່​ເຄີຍ​ແນະ​ນຳ​ວຽກ​ງານ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ຕົນ. ​ສຳ​ລັບ​ທຸຍ​ເຕີ​ແລ້ວ ມີ​ຜູ້​ໃຊ້ຫຼາຍ​ກວ່າ 500 ລ້າ​ນ​ຄົນ​ໃນ​ໂລກ,ເດືອນ​ສິງ​ຫາ ປີ2016, ກໍປະ​ກາດ​ວ່າ, ໃນ​ປີ​ທີ່​ຜ່ານ​ໄປ​ນັ້ນ, ​ໄດ້​ປິດ ID ຂອງຜູ້​ໃຊ້​ທີ່​ໂຄ​ສະ​ນາຄວາມ​ຮຸນແຮງ ແລະ ລັດ​ທິ​ກໍ່​ການ​ຮ້າຍ​ນັ້ນ 3 ແສນ 6 ໝື່ນ​ຄົນ, ໃນ​ນັ້ນ​ມີ​ຫຼາຍ​ຄົນ​ກ່ຽວ​ພັນ​ກັບ​ກຸ່ມ IS.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ