ເຮືອ​ປະ​ມົງ​ອີ​ຣານ​ຖືກກອ​ງ​ປ້ອງ​ກັນ​ຊາຍ​ແດນຊາ​ອຸ​ດິອາ​ຣາ​ເບຍ​ຍິ​ງ​ປືນ​ໃສ່, ເຮັດ​ໃຫ້ມີ 1 ຄົນ​ເສຍ​ຊີ​ວິດ
2017-06-18 15:09:26  cri 

ໂທ​ລະ​ພາບ​ແຫ່ງ​ຊາດ​ອີ​ຣານ​ອ້າງຕາມ​ແຫຼ່ງ​ຂ່າວ​ຂອງ​ເຈົ້າ​ໜ້າທີ່​ກະ​ຊວງ​ພາຍ​ໃນ​ປະ​ເທດ​ຕົນ​ໂດຍ​ລາຍ​ງານ​ວ່າ, ວັນ​ທີ 17 ມິ​ຖຸ​ນາ​ນີ້, ເຮືອ​ປະ​ມົງ 2 ລຳ​ຂອງ​ປະ​ເທດ​ຕົນ​ຖືກ​ຟອງ​ທະ​ເລ​​ຫົວ​ໃຫຍ່​ຊັດ​ໃສ່​ແລະ​ອອກ​ຈາກ​ທາງ​ເດີນ​ເຮືອ​ຂະ​ນະ​ທີ່ເຮັດ​ວ​ຽກ​ຢູ່​ອ່າວ​ເປີ​ເຊຍ, ​ຈາກ​ນັ້ນ​ກໍຖືກກອງ​ປ້ອງ​ກັນ​ຊາຍ​ແດນ​​ປະ​ເທດຊາ​ອຸ​ດິ​ອາ​ຣາ​ເບຍ​ຍິງ​ປືນ​ໃສ່, ​ສົ່ງ​ຜົນ​ເຮັດ​ໃຫ້ຊາວ​ປະ​ມົງໜຶ່ງ​​ຄົນ​ເສຍ​ຊີ​ວິດ.

ເຈົ້າ​ໜ້າ​ທີ່​ຜູ້​ນີ້​ເວົ້າ​​ຕໍ່ສື່ມວນ​ຊົນ​ວ່າ, ​ປະ​ເທດ​ຕົນພວມ​ກວດ​ກາ​ວ່າ​ເຮືອ​ປະ​ມົງ​ສອງ​ລຳ​ນີ້​ໄດ້​ເຂົ້າ​ໃນ​ນ່ານ​ທະ​ເລຂອງຊາ​ອຸ​ດິອາ​ຮາ​ເບຍຍ້ອນ​ສາ​ເຫດ​ດິນ​ຟ້າ​ອາ​ກາດຫຼື​ບໍ່. ແນວ​ໃດ​ກໍ​ດີ, ເຈົ້າ​ໜ້າ​ທີ່​ຜູ້​ນີ້​ໄດ້ຕິ​ຕຽນ​ກອງ​ປ້ອງ​ກັນ​ຊາຍ​ແດນ​​ປະ​ເທດ​ຊາ​ອຸ​ດິ​ອາ​ຣາ​ເບຍ​ຍິງ​ປືນ​​ໃສ່ເຮືອ​ປະ​ມົງ​ປະ​ເທດ​ຕົນ​ນັ້ນ​ເປັນ​ການ​ຝືນ​ກັບ​ຫຼັກ​ການມະ​ນຸດ​ສະ​ທຳ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ