ທ່ານ​ປະ​ທານ​ສີ​ຈີ້ນ​ພິງ​ສົ່ງ​ໂທ​ລະ​ເລກ​​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງປະ​ທາ​ນາ​ທິ​ບໍ​ດີ​ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ກໍ​ລະ​ນີ​ທີ່ທ່ານ​ເຣວ​ມຸດ ເຄີວ​ເຖິງ​ແກ່​ກຳ
2017-06-18 15:35:03  cri 

ວັນ​ທີ 17 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈີ້ນ​ພິງ ປະ​ທາ​ນ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​​ເຖິງ​ທ່ານ​ຟ​ຣານ​ກ໌ ວາວ​ເຕີ ສະ​ເຕນ​ເມ​ເອີ ປະ​ທາ​ນາ​ມິ​ບໍ​ດີ​ເຢຍ​ລະ​ມັນ​​ແລະ​ທ່ານ​ນາງ​ແອນເຈ​ລາ ເມີ​​ແຄນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​​ກໍ​ລະ​ນີ​ທີ່ທ່ານ​ເຮວ​ມຸດ ເຄີວ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ເຖິງ​ແກ່​ກຳ. ​ໂດຍ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ, ​​ທ່ານ​ສີ​ຈີ້ນ​ພິງ​ໄດ້​ສະ​ແດງ​ຄວາມໄວ້​ອາ​ໄລ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ເຖິງ​ແກ່​ກຳ​ຂອງ​ທ່ານ​ເຄີວ ແລະ​ສະ​ແດງ​​ຄວາມ​ເຫັນ​ໃຈ​ຢ່າງ​ສຸດ​ຊຶ້ງ​ມາ​ຍັງຄອບ​ຄົວ​ຂອງ​ທ່ານ.

 ທ່ານ​ສີ​ຈີ້ນ​ພິງ​ກ່າວ​ໃນ​ໂທ​ລະ​ເລກວ່າ, ໃນ​ຖາ​ນະ​ເປັນ​ນັກ​ການ​ເມືອງ​ທີ່​ດີ​ເດັ່ນ, ທ່ານ​ເຄີວ​​ພະ​ຍາ​ຍາມຊຸກ​ຍູ້​ການ​ແລກ​ປ່ຽນ​ແລະຮ່ວມ​ມື​ລະ​ຫວ່າງ​ຈີນ​-​ເຢຍ​ລະ​ມັນ​ແລະ​ຈີນ​-​ເອີ​ລົບໂດຍ​ຕະ​ຫຼອດ, ໄດ້​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ຂະ​ຫຍາຍການ​ພົວ​ພັນ​ລະ​ຫວ່າງ​ຈີນ-​ເຢຍ​ລະ​ມັນ, ແລະ​ສະ​ແດງ​ຄວາມ​ເຂົ້າ​ໃຈ​ແລະ​ ​ສະ​ໜັບ​ສະ​ໜູນ​ຕໍ່​ປະ​ຊ​າ​ຊົນ​ຈີນ​​ໃນ​ການ​ທ້ອນ​ໂຮມປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​, ປະ​​ຊາຊົນ​ຈີນ​ຈະ​ບໍ່​​ຫຼົງລືມ​ເພື່ອ​ນ​ມິດ​ຜູ້​ນີ້.

ທ່ານ​ສີ​ຈີ້ນ​ພິງ​ເນັ້ນ​ວ່າ, ລັດ​ຖະ​ບານ ​ແລະ​ປະ​ຊາ​ຊົນ​ຈີນ​ທະ​ນຸ​ຖະ​ໜອມ​ມິດ​ຕະ​ພາ​ບ​ລະ​ຫວ່າງ​ຈີນ-​ເຢຍ​ລະ​ມັນແລະຍິນ​ດີ​​ຮ່ວມ​ກັບເຢຍລະ​ມັນ, ສ້າງ​ອາ​ນາ​ຄົດ​ແຫ່ງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-​ເຢຍ​ລະ​ມັນໃຫ້​ດີ​ຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ