AIIB ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ
2017-06-18 14:54:00  cri 
ກອ​ງ​ປະ​ຊຸມ​ປະ​ຈຳ​ປີຂອງ​ສະ​ພາ​ມົນ​ຕີທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ຊຸດ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ເຈ​ຈູປະ​ເທດ​ສ.ເກົາ​ຫຼີ ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 17 ມິ​ຖຸ​ນາ​ນີ້ ​ຂະ​ນະ​ທີ່​ໃນ​ຖາ​ນະ​ເປັນ​ຄະ​ນະ​ມົນ​ຕີ​ຂອງ​ຈີນ​ໃນ AIIB, ທ່ານ ຊ່ຽວ​ເຈ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວວ່າ: AIIB ຈະ​ເພີ່ມພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ​ແລະ​ການ​ເຊື່ອມ​ຈອດ​ກັນ.

ທ່ານ​ ຊ່ຽວ​ເຈ ຊີ້​ໃຫ້​ເຫັນ​ວ່າ: ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ ຫຼີ​ເຄີ້​ສຽງ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ການ​ສ້າງ​ຕັ້ງ​ການ​ດຳ​ເນີນ​ງານ​ແລະ​ການ​ຄຸ້ມ​ຄອງ AIIB, ບັນ​ດາ​ປະ​ເທດ​ສະ​ມາ​ຊິ​ກໍ​ໄດ້​ມີ​ຄວາມ​ປາ​ຖະ​ໜາ​ຫຼາຍ​ຕໍ່​ການ​ພັດ​ທະ​ນາ​ຂອງ AIIB ໃນ​ອະ​ນາ​ຄົດ. ນັບ​ແຕ່​ເລີ່ມ​ເປີດ​ບໍ​ລິ​ການ​ໃນ​ເດື​ອນ​ມັງ​ກອນ​ປີ 2016 ເປັນ​ຕົ້ນ​ມາ, ​ໂດຍການ​ສະ​ໜັບ​ສະ​ໜູນ​​ຈາກ​ບັນ​ດາ​ສະ​ມາ​ຊິກ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ AIIB ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ໄດ້​​ພັດ​ທະ​ນາເຂົ້າ​ສູ່ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ​ແຈ້ງວ່າ:ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ນີ້ໄດ້​ຕົກ​ລົງ​ຈະ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີສະ​ພາ​ມົນ​ຕີ​ຊຸດ​ທີ 3 ຢູ່ເມືອງ​ມູມ​ບາຍ​​ປະ​ເທດອິນ​ເດຍ​​ແຕ່ວັນ​ທີ 25 ຫາ​ວັນ​ທີ 26 ມິ​ຖຸ​ນາ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ