ພັກ​ມາຄຣົງ​ໄດ້​ບ່ອນ​ນັ່ງ​ສ່ວນຫຼາຍ​​ໃນ​ສະພາ​​ຝຣັ່ງ
2017-06-19 15:55:08  cri 

ກະຊວງ​ພາຍ​ໃນ​ຝຣັ່ງປະກາດ​ໃນ​ຕອນ​ຄ່ຳ​ວັນ​ທີ 18 ມິຖຸນາ​ນີ້​ວ່າ ​ພັກ​ປະສົມ​ທີ່​ປະກອບ​ດ້ວຍ​ພັກ​ກ້າວໜ້າ​ສາທາລະນະ ຫຼື LREM ທີ່​ທ່ານ​ແອ​ມມາ​ນູ​ແອນ ມາຄຣົງສັງກັດ ​ແລະ ພັກຂະ​ບວນປະຊາທິປະ​ໄຕ​ຝຣັ່ງ ​ເຊິ່ງ​ເປັນ​ພັກ​ການ​ເມືອງ​ເປັນກາງຂອງຝຣັ່ງ ໄດ້​ 294 ບ່ອນນັ່ງ ​ເຊິ່ງ​ເກີນກວ່າບ່ອນ​ນັ່ງ​ສ່ວນຫຼາຍ​ທີ່​ສະພາ​ແຫ່ງ​ຊາດກຳນົດ 289 ບ່ອນ​ນັ່ງ. ຂະນະ​ທີ່ຫຼາຍອົງການ​ສຳຫຼວດຄວາມ​ເຫັນ​ປະຊາຊົນຂອງ​ຝຣັ່ງຄາດ​ຄະ​ເນ​ວ່າ ​ພັກ​ປະສົມ​ອາດ​ຈະ​ໄດ້​ປະມານ 355 ບ່ອນ​ນັ່ງ​.

ນອກ​ນີ້, ​ກະຊວງ​ພາຍ​ໃນ​ຝຣັ່ງຍັງ​​ເປີດ​ເຜີຍ​ອີກ​ວ່າ ປະຊາຊົນ​ຜູ້​ບໍ່​ເຂົ້າຮ່ວມ​​ປ່ອນ​ບັດ​​ເລືອກຕັ້ງສະມາຊິກສະພາ​ຮອບ​ທີ 2 ​ເທື່ອ​ນີ້​ໄດ້​ກວມ​​ເຖິງ 56,59% ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ​ຕົວ​ຈິງ ​ເຊິ່ງ​ສື່​ມວນ​ຊົນ​ຝຣັ່ງ​ລາຍ​ງານ​ວ່າເປັນ​ສະຖິຕິ​ສູງ​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ