ມີຜູ້​ເສຍ​ຊີວິດ​ຈາກ​ໄຟ​ໄໝ້​ປ່າ​ຢູ່​ປອກຕຸຍ​ການ​ເພີ່ມ​ຂຶ້ນ​ເປັນ 62 ຄົນ
2017-06-19 15:57:48  cri 

ທ່ານ​​ໂຮ​ເຣ ​ໂກ​ເມັສ ​ເລຂາ​ກິດຈະການ​ພາຍ​ໃນແຫ່ງ​ຊາດປອກຕຸຍ​ການ ຢືນຢັນ​ໃນ​ວັນ​ທີ 18 ມິຖຸນາ​ນີ້​ວ່າ: ຜູ້​ເສຍ​ຊີວິດ​ຈາກ​ໄຟ​ໄໝ້​ປ່າ​ຢູ່​ພາກ​ກາງ​ປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ​ເປັນ 62 ຄົນ ​ແລະ​ມີ 54 ຄົນ​ໄດ້​ຮັບ​ບາດ​ເຈັບ. ຂະນະ​ທີ່​ປະ​ເທດ​ຕົນ​ກໍ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ແລະ​ໄວ້ອາ​ໄລ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເປັນ​ເວລາ 3 ວັນ​ ນັບ​ແຕ່ວັນ​ທີ 18 ມິຖຸນາ​ນີ້​ເປັນຕົ້ນ​ໄປ.

​ໄຟ​ໄໝ້​ປ່າ​ເທື່ອ​ນີ້​​ເກີດ​ຂຶ້ນຢູ່​ເຂດ​ເປ​ໂດຣກາວ​ໃຫຍ່ ຕົວ​ເມືອງ​ພາກ​ກາງ​ປອກຕຸຍ​ການ ​​ໃນ​ເວລາ​ປະມານ 15:00 ​ໂມງ ຂອງ​ວັນ​ທີ 17 ມິຖຸນາ​ນີ້ ​ແລ້ວ​​​ໄໝ້​ລາມ​​ຢ່າງ​ວ່ອງ​ໄວ ​ແລະ​ກາຍ​ເປັນອັກຄີ​ໄຟ​ທີ່​ຮ້າຍ​ແຮງ. ປັດຈຸບັນ, ​ເຈົ້າໜ້າ​ທີ່​ດັບ​ເພີງກຳລັງປະຕິບັດ​ໜ້າ​ທີ່​​ຢູ່​ເຂດ​ປະສົບ​ໄພ.
​ເຈົ້າໜ້າ​ທີ່​ຕຳຫຼວດປອກຕຸຍ​ການ ຊີ້​ວ່າ: ຟ້າຜ່າ​ຕົ້ນ​​ໄມ້ໃຫຍ່ ​ຄື​ສາ​ເຫດຫຼັກຂອງ​ການ​ເກີດ​​​ໄຟໄໝ້​ເທື່ອ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ