ຈີນ-​ເຢຍລະ​ມັນ​ສ້າງ​ເຂດ​ຮ່ວມ​ມື​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ກາງ​​ຢູ່​​ແຂວງ​ຈ່ຽງຊູ່
2017-06-19 16:22:52  cri 

​ແຫຼ່ງຂ່າວ​ຈາກ​ອຳນາດ​ການ​ປົກຄອງ​ເມືອງ​ຄຸນ​ຊານ ​ແຂວງ​ຈ່ຽງຊູ່ ສປ ຈີນ ​ໃຫ້​ຮູ້​ໃນ​ວັນ​ທີ 19 ມິຖຸນາ​ນີ້​ວ່າ: ຫວ່າງ​ມໍ່ໆ​ນີ້, ກະຊວງ​ອຸດສາຫະກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ປະ​ເທດ​ຕົນ ​ໄດ້​ເຫັນ​ດີ​ໃຫ້​ສ້າງ​ເຂດ​ຮ່ວມ​ມື​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ກາງ​ຈີນ-​ເຢຍລະ​ມັນ(​ເມືອງ​ຄຸນ​ຊານ) ​ເພື່ອ​ສ້າງ​ຕົວ​ແບບຄຸນ​ຊານການ​ເຊື່ອມ​ຕໍ່​ "ຂະ​ແໜງ​ການຄົ້ນຄວ້າ​ຜະລິດ​ຈີນ 2025" ​ແລະ "ຂະ​ແໜງອຸດສາຫະກຳ 4,0 ​ເຢຍລະ​ມັນ" ຢ່າງຮອບດ້ານ.

ເຂດ​ຮ່ວມ​ມື​ດັ່ງກ່າວຈະ​ຖື​ເອົາ​ເຂດ​ນິຄົມ​ອຸດສາຫະກຳ​​ເຢຍລະ​ມັນ​ຄຸນ​ຊານ​ເປັນ​ພື້ນຖານ ​ແລະ​ຖື​​ເອົາ "ຊີວະ​ພາບ", "ກາກ​ບອນ​ຕ່ຳ" ​ແລະ "ສີຂຽວ" ​ເປັນ​ເປົ້າໝາຍ​, ຊຸກຍູ້​ການ​ກໍ່ສ້າງ, ​ພັດທະນາ​ໂຄງການຮ່ວມ​ມື​ຈີນ-​ເຢຍລະ​ມັນ​ຢູ່​ເມືອງ​ຄຸນ​ຊານ​ໃຫ້​ຂະຫຍາຍຕົວ.

​ໃນຊຸມ​ປີຜ່ານມາ, ວິ​ສາ​ຫະກິດ​ເຢຍລະ​ມັນ​ໄດ້​ລົງທຶນ​ຢູ່​ເມືອງ​ຄຸນ​ຊານ​ດ້ວຍ​ການ​ຫັນປ່ຽນ​ຈາກ​ຖານ​ການ​ຜະລິດ​​​ພັດທະນາໄປ​ສູ່​ທິດ​ທາງຂະ​ແໜງ​ການ​ບໍລິການ​ດ້ານ​ການ​ຜະລິດ, ການຄົ້ນຄວ້າ-ອອກ​ແບບ ​ແລະ ການ​ສ້າງຕັ້ງສຳນັກງານ​ໃຫຍ່​ປະຈຳ​ພາກ​ພື້ນ, ຂະນະ​ທີ່​ວິ​ສາ​ຫະກິດ​ເຢຍລະ​ມັນຫຼາຍກວ່າ 70% ​ໄດ້​ສ້າງຕັ້ງໜ່ວຍ​ຄົ້ນຄວ້າ​ການ​ຜະລິດ​ທີ່​ເປັນ​ອິດສະຫຼະຂຶ້ນ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ