ການ​ສຶກ​ສາ​ພາ​ສາ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍເລີ່ມ​ຟື້ນ​ຕົວ​ຂຶ້ນ
2017-06-19 16:01:36  cri 
ວັນ​ທີ 16 ມິ​ຖຸ​ນາ​ນີ້, ໂຄງ​ການ​​ການ​ສຶກ​ສາ​ປະ​ລິນ​ຍາ​ໂທວິ​ຊາ​ພາ​ສາ​ຈີນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຄູ​ສອນ​ພາ​ສາ​ຈີນ​​ຢູ່ອິນ​ໂດ​ເນ​ເຊຍ​ໄດ້​ເປີດ​ຫ້ອງ​​ພາ​ສາ​ຈີນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຫູ​ນານ ແລະ​​ເລີ່ມ​ການຮຽນ​ການ​ສອນ​ຄືນ​ໃໝ່. ຄູ​ສອນ​ພາ​ສາ​ຈີນ​ສັນ​ຊາດ​ອິນ​ໂດ​ເນ​ເຊຍ​ທີ່​ດີ​ເດັ່ນ 40 ກວ່າ​ຄົນ​ຈະ​ເລີ່ມ​​ຮຽນ​ເປັນ​ເວ​ລາ 20 ວັນ. ຄະ​ນະ​ວັດ​ທະ​ນະ​ທຳ​ພາ​ສາ​ຈີນ​ສາ​ກົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າ​ງ​ຄູ​ຫູ​ນານ​ແມ່ນ"ສູນ​ສຶກ​ສາ​ພາ​ສາ​ຈີນ​ທີ່​ຂຶ້ນ​ກັບ​ຫ້ອງ​ການ​ຊາວ​ຕ່າງ​ປະ​ເທດ​ເຊື້ອ​ສາຍ​ຈີນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ" ແລະຜ່ານ​ການ​​ອົບ​ຮົມຍົກ​ລະ​ດັບ​ການ​ສຶກ​ສາ​ວິ​ຊາ​ພາ​ສາ​ຈີນ​ກາງ ກໍ​ສາ​ມາດ​ສ້າງ​ຄູ​ສອນ​ທີ່​ດີ​ເດັ່ນໃຫ້​ແກ່​ອິນ​ໂດ​ເນ​ເຊຍ​ໄດ້​ເປັນ​ຈຳ​ນວນຫຼາຍ.

ໃນ​ຊຸມ​ປີ​ຜ່ານ​ມາ, ຄຽງ​ຄູ່​ກັບ​ການ​ສຶກ​ສາ​ພາ​ສາ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ​ທີ່​ຟື້ນ​ຕົວ​ຂຶ້ນ,ຄູ​ສອນ​ພາ​ສາ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍກໍ​ໄດ້​ຫັນ​ເປັນ​ແບບ​ໄວ​ໜຸ່ມ,ລະ​ດັບ​ການ​ສຶກ​ສາ,ວິ​ຊາ​ການ​ແລະ​ອາ​ຊີບ, ແຕ່​ການ​ຂາດ​ຄູ​ສອນ,ຄວາມ​ສາ​ມາດ​ແລະ​ຄວາມ​ຮູ້​ຂອງ​ຄູ​ສອນ​ບໍ່ໄດ້​ມາດ​ຖານແລະ​ອື່ນໆ​ຍັງ​ເປັນ​ບັນ​ຫາ​ທີ່​ຕ້ອງ​ແກ້​ໄຂ.ຈາກ​ນັ້ນ,ຄູ​ສອນ​ພາ​ສາ​ຈີນ​ທີ່​ດີ​ເດັ່ນ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ໄດ້​ຮັບ​ການ​ຍົກ​ລະ​ດັບ​ຢູ່​ແຂວງ​ຫູ​ນານ 40 ກວ່າ​ຄົນ​ສ່ວນ​ຫຼາຍ​ແມ່ນ​ເກີດ​ກ່ອນແລະ​ຫຼັງປີ 1980 ເຊິ່ງ​​ຜູ້​ມີ​ອາ​ຍຸ​ໜ້ອຍ​ທີ່​ສຸດ​ແມ່ນ 24 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ