ເກີດ​ເຫດ​ລະ​ເບີດ​ໃກ້ສຳ​ນັກ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​​ໄທ
2017-06-19 10:57:39  cri 
ຕາມ​ຂ່າວ​ສານ​ຈີນ: ​ໄດ້​ເກີດ​ເຫດ​ກລະ​ເບີດ​ໃນ​ຕອນ​ບ່າຍ​ວັນ​ທີ 16 ມິ​ຖຸ​ນາ​ນີ້ ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ ເຊິ່ງ​ສົ່ງ​ຜົນ​ເຮັດ​ໃຫ້ 2 ຄົນ​ບາດ​ເຈັບ​ເລັກ​ໜ້ອຍ.

ສື່ມວນ​ຊົນ​ລາຍ​ງານວ່າ, ເຫດ​ການ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ເວ​ລາ​ປະ​ມານ 13 ໂມງ​ຕາມ​ເວ​ລາ​ບາງກອກ ​ຢູ່​ໜ້າ​ຫ້ອງ​ການ​​ສຳ​ນັກ​ງານ​ອົງ​ການ​ອຸຍ​ເນັສ​ໂກ​ໃນນະ​ຄອນຫຼວງ​ບາງກອກ​ທີ່​ປາກ​ຮ່ອມ 40 ສຸ​ຂຸມ​ວິດ. ຂະ​ນະ​ນັ້ນ, ເຈົ້າ​ໜ້າ​ທີ່​ອະ​ນາ​ໄມ​​ຍິງ​ຄົນ​ໜຶ່ງ​ໄດ້​ພົບ​ເຫັນ​​ຖົງ​ດຳ​​ແລະ​ເປີດ​ເບິ່ງ ຈົນ​ນຳ​ມາ​ສູ່​ເກີດ​ເຫດ​ລະ​ເບີດ​ຂຶ້ນ.

ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ພວມ​ສືບ​ສວນ​ປະ​ເພດ​ແລະ​ທີ່​ມາ​ຂອງ​ເຄື່ອງ​ລະ​ເບີດ.

ຂ່າວ​ແຈ້ງວ່າ, ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ນະ​ຄອນຫຼວງ​ບາງກອກ​ໄດ້​ເກີດ​ເຫດ​​ລະ​ເບີດ​ໂດຍ​ໃຊ້​ລູກ​ລະ​ເບີດ​​ທີ່​ຜະ​ລິດ​ຢ່າງ​ງ່າຍ​ດາຍ ໂດຍເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄທ​ກ່າວ​ໃນ​ວັນ​ທີ 15 ມິ​ຖຸ​ນາ​ນີ້​ວ່າ, ສາ​ມາດ​ຈັບ​ຜູ້​ຕ້ອງ​ຫາ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເຫດ​​ລະ​ເບີດ​ໂຮງ​ໝໍ​ພະ​ມົງ​ກຸດໃນ​ເດືອນ​ຜ່ານ​ມາ ໂດຍ​ເຮັດ​ໃຫ້ 25 ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ