ເຂດ​ການ​ຄ້າ​ຊາຍ​ແດນ​ລົງ​ປາງ​ຈີນ​ຫວຽດ​ນາມ​ຜ່ານ​ການກວດ​ກາ
2017-06-19 16:30:31  cri 
    ຕາມ​ຂ່າວ​ສານ​ຈີນ: ເຈົ້າ​ໜ້າ​ທີ່ໜ່ວຍກວດ​ກາ​ແລະ​ຢືນ​ຢັນ​ຂອງຫ້ອງ​ການດ່ານພາ​ສີ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ ໄດ້​​ສຳ​ເລັດ​ການກວດ​ກາ​ແລະ​ຮັບ​ຮອງ​​ເອົາເຂດ​ການ​ຄ້າ​ຊາຍ​ແດນ​ລົງ​ປາງ​ເມືອງ​ຈີ້ງ​ຊີ່​ທີ່​ຢູ່​ຊາຍ​ແດນ​ຈີນ-ຫວຽດ​ນາມ​ໃນ​ວັນ​ທີ 16 ມິ​ຖຸ​ນານີ້​ແລ້ວ.

    ເຈົ້າ​ໜ້າ​ທີ່​ອົງ​ການກວດຄົນ​ເຂົ້າ​ອອກ​ເມືອງ, ກວດ​ກາ​ຄຸນ​ນະ​ພາບ​ແລະ​ກັກ​ກັນ​ພະ​ຍາດເຂດກວາງ​ຊີ​ໃຫ້​ຮູ້​ວ່າ, ການ​ຄ້າ​ຊາຍ​ແດນ​ຢູ່​ດ່ານ​ພາ​ສີ​ລົງ​ປາງ​ຄຶກ​ຄັກຫຼາຍ ເຮັດ​ໃຫ້​ຈຸດ​ການ​ຄ້າ​ຂາຍ​ທີ່​ມີ​ຢູ່​ແລ້ວ​ນັ້ນ ບໍ່​ສາ​ມາດ​​ຮອງ​ຮັບ​ການ​ຂະ​ຫຍາຍ​ຕົວ​ຂອງການ​ຄ້າ ຈຶ່ງຕ້ອງ​ການ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ຊາຍ​ແດນ​ໂດຍ​ດ່ວນ.

    ຂ່າວ​ແຈ້ງວ່າ, ເຂດ​ການ​ຄ້າ​ຊາຍ​ແດນ​ລົງ​ປາງ​ທີ່​ຜ່ານ​ການກວດ​ກາ​ແລະ​ຮັບ​ຮອງ​ເທື່ອນີ້ ຕັ້ງ​ຢູ່​ສູນ​ການ​ຄ້າ​ແລະ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ວ້ານ​ເຊິ່ງ​ລົງ​ເຂດກວາງ​ຊີ ໂດຍ​ກວ​ມ​ເນື້ອ​ທີ່ 5 ເຮັກ​ຕາ. ປັດ​ຈຸ​ບັນ, ເຂດ​ການ​ຄ້າ​ດັ່ງ​ກ່າວ ປະ​ກອບ​ມີ​ເຂດກວດ​ກາ​ຄຸນ​ນະ​ພາບ​ແລະ​ກັກ​ກັນ​ພະ​ຍາດ, ສາງ​ແຊ່​ເຢັນ, ສະ​ຖານ​ທີ່ກວດ​ກາ​ຂອງ​ດ່ານ​ພາ​ສີ ແລະ​ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ, ທັງ​ມີ​ສູນ​ກວດ​ກາ​ຄຸນ​ນະ​ພາບ, ກັກ​ກັນ​ພະ​ຍາດ​ແລະ​ຮ້ອງ​ຂໍ​ຜ່ານ​ດ່ານ, ສູນ​ຊຳ​ລະ​ສະ​ສາງ​ຂ້າມ​ຊາດ​ແລະ​ພາຍ​ໃນ​ປະ​ເທດ, ອຸ​ປະ​ກອນ​ຮ້ອງ​ຂໍ​ຜ່ານ​ດ່ານ​ສຳ​ລັບ​ປະ​ຊາ​ຊົນ​ໂດຍ​ຕົນ​ເອງ ແລະ​ອື່ນໆ ເຊິ່ງ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນເຂ​ດ​ຊາຍ​ແດນໃນ​ການ​ຈັດ​ຊື້, ຮ້ອງ​ຂໍ​ຜ່ານ​ດ່ານ ແລະ​ຊຳ​ລະ​ສະ​ສາງ​ຢູ່​ບ່ອນ​ດຽວ​ກັນ​ໄດ້ໂດຍ​ພື້ນ​ຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ