ໂຮງ​ງານ​ໄຟ​ຟ້າ​ຂີ້​ເຫຍື້ອ​ແຫ່ງ​ທຳ​ອິດຢູ່ອາ​ຟ​ລິ​ກາ​ຈະ​​ເລີ່ມ​ຜະ​ລິດໃນ​ໄວໆ​ນີ້
2017-06-19 16:41:51  cri 
    ໂຮງ​ງານ​ຜະ​ລິດໄຟ​ຟ້າດ້ວຍ​ຂີ້​ເຫຍື້ອ​ໄລ​ບີ​​ຢູ່​ເອ​ທີ​ໂອ​​ປີ​ທີ່​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ໄຟ​ຟ້າ​ຈີນ​ຮັບ​ເໝົາ​ກໍ່​ສ້າງນັ້ນ ຈະ​ເລີ່ມ​ຜະ​ລິດ​ໄຟ​ຟ້າ​ໃນ​ເດືອນ​ກັນ​ຍາ​ປີນີ້ ເຊິ່ງ​ນັບ​ວ່າ​ເປັນ​ບາດ​ກ້າວ​ສຳ​ຄັນ​ທີ່​ເອ​ທີ​ໂອປີ​ຊຸກ​ຍູ້​​ການ​ພັດ​ທະ​ນາພະ​ລັງ​ງານ​ສີ​ຂຽວ​ແລະ​ພັດ​ທະ​ນາ​ດ້ວຍ​ກາກບອນ​ຕ່ຳ.

    ນະ​ຄອນຫຼວງ​ອາ​ດິ​ສ​ອາ​ເບ​ບາ​ຂອງ​ເອ​ທີ​ໂອ​​ປີ​ທີ່​ມີ​ປະ​ຊາ​ກອນ 4 ລ້ານກວ່າ​ຄົນ​ນັ້ນ ​ບໍ່​ຕ່າງ​ຫຍັງ​ກັບ​ເມືອງ​ໃຫຍ່​ອື່ນໆ​ຂອງ​ອາ​ຟ​ຣິ​ກາ​ທີ່​ພົບ​ບັນ​ຫາ "ຂີ້​ເຫຍື້​ອເຕັມ​ເມືອງ" ໃນ​ຂະ​ນະ​ທີ່​​ໄດ້ຫັນ​ເປັນ​ຕົວ​ເມືອງ​ຢ່າງວ່ອງ​ໄວ. ​ແນວ​ໃດ​ກໍ​ດີ, ຫຼັງ​ຈາກ​ໂຮງ​ງານ​ດັ່ງ​ກ່າວ​ເລີ່ມຜະ​ລິດແລ້ວ ​ຈະສາ​ມາດ​ເຜົາ​ຂີ້​ເຫຍື້ອ​​ຢູ່​ໃນ​ຕົວ​ເມືອງໄດ້ 1280 ໂຕນ​ຕໍ່​ມື້ ໂດຍ​ຈະ​ເຮັດ​ໃຫ້​ນະ​ຄອນຫຼວງ​ອາ​ດິ​ສ​ອາ​ເບ​ບາ​ສະ​ອາດ​ແລະ​ສວຍ​ງາມກວ່າ​ເກົ່າ. ຂະ​ນະ​ດຽວ​ກັນ, ໃນ​ຖາ​ນະ​ເປັນ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ປະ​ເພດນີ້​ແຫ່ງ​ທຳ​ອິດ​ຂອງ​ອາ​ຟ​ຣິ​ກາ, ໂຄງ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​​ດັ່ງ​ກ່າວ​ໄດ້​ກາຍເປັນ​ແບບ​ຢ່າງ​ຢູ່​ອາ​ຟ​ຣິ​ກາ ແລະ​​ເປັນ​ແນວ​ຄິດ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຫັນ​ເປັນ​ຕົວ​ເມືອງ​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ