ສະ​ພາ​ການ​ຄ້າກວາງ​ຕຸ້ງ​ມາ​ເລ​ເຊຍ​ແລະ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຄ້າ​ແຂວງກວາງ​ຕຸ້ງພ້ອມ​ດຶງ​ດູດ​ການ​ລົງ​ທຶນ​
2017-06-19 16:46:28  cri 
    ໜັງ​ສື​ພິມ​ຊິງ​ຈູ​ລາຍ​ວັນ​ລາຍ​ງານ​ວ່າ, ສະ​ພາ​ການ​ຄ້າກວາງ​ຕຸ້ງ​ມາ​ເລ​ເຊຍ ປະ​ກາດ​ໃນ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ປະ​ຈຳ​ປີ​ທີ່​ຈັດ​ຂຶ້ນ​ກ່ອນ​ໜ້ານີ້​ບໍ່​ດົນ​ວ່າ, ສະ​ມາ​ຄົມ​ສົ່ງ​ເສີມ​ການ​ລົງ​ທຶນກວາງ​ຕຸ້ງ​ມາ​ເລ​ເຊຍ ຈະ​ຮ່ວມ​ກັບ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຄ້າ​ແຂວງກວາງ​ຕຸ້ງ ສ​ປ ຈີນ ​ໂຄ​ສະ​ນາ​ສະ​ພາບ​ແວດ​ລ້ອມ​ທຸ​ລະ​ກິດກວາງ​ຕຸ້ງ ເພື່ອ​ດຶງ​ດູດ​ນັກ​ທຸ​ລະ​ກິດເຂົ້າ​ມາ​ຮ່ວມ​ມື​ແລະ​ລົງ​ທຶນ​ໂດຍ​ເລີ່ມ​ແຕ່​ເດືອນ​ກໍ​ລະ​ກົດ​ທີ່​ຈະ​ເຖິງນີ້​ເປັນ​ຕົ້ນ​ໄປ.

    ທ່ານ ລິມ​ຮົກ​ຊັນ ປະ​ທານ​ສະ​ມາ​ຄົມ​ການ​ຄ້າກວາງ​ຕຸ້ງ​ມາ​ເລ​ເຊຍ ໄດ້​ຮຽກ​ຮ້ອງ​ໃຫ້​ນັກ​ທຸ​ລະ​ກິ​ດ​ມາ​ເລ​ເຊຍ​ແລະ​ຈີນ​ຈັດ​ຕັ້ງ​ຄະ​ນະ​ໄປ​ແລກ​ປ່ຽນ​ກັນ​ຢູ່​ແຂວງກວາງ​ຕຸ້ງຫຼາຍ​ເທື່ອ ແລະ ຄຽງ​ຄູ່​ກັບ​ການ​ຍົກ​ສູງ​ສາຍ​ພົວ​ພັນ​ມາ​ເລ​ເຊຍ-ຈີ​ນ​​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ແລ້ວ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​​ກໍຈະ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ຂະ​ນະ​ທີ່​ຈີນ​ໄດ້​ເປີດ​ປະ​ຕູ​ເສດ​ຖະ​ກິດ​ການ​ຄ້າສູ່​ພາຍນອກນັ້ນ ​ໄດ້ເຮັດ​ໃຫ້​ຄະ​ນະ​ແລະ​ອົງ​ການ​ຈັດ​ຕັ້ງ​ຊາວ​ຈີນ​ຢູ່​ມາ​ເລ​ເຊຍ ຕ້ອງ​ ​ກຽມຄວາມ​ພ້ອມ​ຢ່າງ​ເຕັມ​ສ່ວນ​ເພື່ອ​ກຳ​ໂອ​ກາດ​ຕະຫຼາດ​ໃຫ້​ໃຫຍ່ຫຼວງ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ