ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບ​ຣິກ​ສພົບ​ປະ​ກັນຢູ່​ປັກ​ກິ່ງ
2017-06-20 10:49:15  cri 
ການ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດເບ​ຣຊິນ,ຣັດ​ເຊຍ,ອິນ​ເດຍ,ຈີນ​ແລະ​ອາ​ຟ​ຣິກ​ກາ​ໃຕ້ຫຼືBRICSໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ຮັບ​ແຂກ​ຕ້ຽວ​ຢູ​ຖາຍ​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 19 ມິ​ຖຸ​ນາ​ນີ້​ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ແລະ​ທ່ານ​ມາ​ຊາ​ບາ​ເນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ພົວ​ພັນ​ສາ​ກົນ​ແລະ​ການ​ຮ່ວມ​ມື​ອາ​ຟ​ຣິກ​ກາ​ໃຕ້, ທ່ານ​ອາ​ລອຍ​ຊິ​ໂອ ນູ​ເນັ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເບ​ຣ​ຊິນ, ທ່ານ​ເຊີ​ເກ ລັ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ແລະ​ທ່ານ​ວິ​ຈາຍ ຄູ​ມາ ຊີງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ​ເຂົ້າ​ຮ່ວມ.

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ທັງ 4 ປະ​ເທດໄດ້​ຕີ​ລາ​ຄາ​ສູງ​ຕໍ່​​ທຸກວຽກ​ງານ​ທີ່​ຈີນ​ປະ​ຕິ​ບັດ​ຜ່ານ​ມາ​ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງບ​ຣິກ​ສ ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​​ພະ​ຍາ​ຍາມສະ​ໜັບ​ສະ​ໜູນ​ແລະ​ປະ​ສານ​ສົມ​ທົບ​ກັບ​ຈີນຢ່າງ​ສຸດ​ຂີດ​ເພື່ອ​ກະ​ກຽມ​ກອງ​ປະ​ຊຸມ​ພົບ​ປະ​ຂອງ​ຜູ້​ນຳ​ບ​ຣິກ​ສ​ຄັ້ງ​ທີ 9 ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

​ໃນ​ການ​ພົບ​ປະ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 5 ປະ​ເທດ​ໄດ້​ທົບ​ທວນ​ແລະ​ສະຫຼຸ​ບ​ຜົນ​ສຳ​ເລັດ​ລວມ​ທັງ​ຖອດ​ຖອນ​ບົດ​ຮຽນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ 5 ປະ​ເທດ​ໃນ​ໄລ​ຍະ 10 ປີ​ຜ່ານ​ມາ ແລະ​ຍັງ​ໄດ້​ລົງ​ເລິກ​ຄົ້ນ​ຄວ້າ​ຫາ​ລື​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ຂອງບ​ຣິກ​ສ​ໃນ​ບາດ​ກ້າວ​ຕໍ່​ໄປ​ ​ກໍ​ຄື​ສະ​ຖາ​ນະ​ການ​ສາ​ກົນ​ແລະ​ບັນ​ຫາ​ຈຸດ​ສຸມ​ໃນ​ປັດ​ຈຸ​ບັນ.

ຫຼັງ​ການ​ພົບ​ປະ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 5 ປະ​ເທດ​ໄດ້​ຖະ​ແຫຼງ​ຂ່າວ​ຮ່ວມກ່ຽວ​ກັບ​ການ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ຣິກ​ສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ