ພິມ​ຈຳ​ໜ່າຍ​ຄຳສາ​ລະ​ພາບ​​ຂອງ​ຍີ່​ປຸ່ນ​ທີ່ຮຸກ​ຮານ​ຈີນ​
2017-06-20 11:36:06  cri 

​ເນື່ອງ​ຈາກປີ​ນີ້​ເປັນ​ປີ​ຄົບ​ຮອບ 80 ປີ​ແຫ່ງ​ສົງ​ຄາມ​ທົ່ວ​ຊົນ​ຊາດ​ຈີນ​ຕໍ່​ຕ້ານ​ຟາ​ຊິດ​ຍີ່​ປຸ່ນ​ແລະ​ເຫດ​ການ 7 ກໍ​ລະ​ກົດ, ຫໍ​ລະ​ນຶກ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານ​ຟາ​ຊິດ​ຍີ່​ປຸ່ນ​ໄດ້​ຮ່ວມ​ກັບ​ສຳ​ນັກ​ພິມ​ຈຳ​ໜ່າຍ​ປຶ້ມ​ຫຍິບ​ດ້ວຍ​ເສັ້ນ​ເຊືອກຈັດ​ພິ​ທີ​ນຳ​ສະ​ເໜີ​ປຶ້ມໃໝ່ "ໂທ​ລະ​ເລກ​ລັບ​ແລະ​ເຫດ​ການ 7 ກໍ​ລະ​ກົດ​ວ່າ​ດ້ວຍ​ຍີ່​ປຸ່ນ​ຮຸກ​ຮານ​ຈີນ"​ໃນ​ຕອນ​ເຊົ້າ​ວັນ​ທີ 19 ມິ​ຖຸ​ນາ​ນີ້ ເຊິ່ງ​ປຶ້ມ​ໂຮມ​ຂໍ້​ມູນ​ເບື້ອງ​ຕົ້ນ​ດັ່ງ​ກ່າວ​ເປັນ​ເທື່ອ​ທຳ​ອິດ​ທີ່​ຈີນ​ໄດ້​ຈາກ​ໂທ​ລະ​ເລກ​ລັ​ບ,ເອ​ກະ​ສານ​ເກົ່າ​ຂອງ​ເຈົ້າ​ໜ້າ​ທີ່​ທະ​ຫານ​ແລະ​ລັດ​ຖະ​ບານ​ຍີ່​ປຸ່ນ​ເພື່ອ​ເຜີຍ​ແບ​​ການ​ກໍ່​ເຫດ​ການ 7 ກໍ​ລະ​ກົດ​ຂອງ​ຟາ​ຊິດ​ຍີ່​ປຸ່ນ​ແລະ​ໂທດ​ກຳ​ຮຸກ​ຮານອື່ນໆ ເຊິ່ງ​ອາດ​ເວົ້າ​ໄດ້​ວ່າ​ເປັນ​ຄຳ​ສາ​ລະ​ພາບ​​ໃນ​ການ​ຮຸ​ກ​ຮານ​ຂອງ​ຍີ່​ປຸ່ນ​ກໍ​ເປັນ​ໄດ້.

ເອ​ກະ​ສານ​ເກົ່າ​ແລະ​ປຶ້ມ​ໃນ​ໄລ​ຍະ​ສົງ​ຄາມ​ຍີ່​ປຸ່ນ​ຮຸກ​ຮານ​ຈີນ​ຊຸດ​ດັ່ງ​ກ່າວ​ນີ້​​ເປັນ​ຜົນ​ງານ​ຂອງ​ອາ​ເມ​ລິ​ກາ​ແລະຫຼັງ​ຈາກຍີ່​ປຸ່ນຍອມ​ຈຳ​ນົນ ແລະ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ທີ່​ຍຶດ​ຄອງ​ໄດ້ຂົນ​ຂໍ້​ມູນ​ເອ​ກະ​ສານ​ເກົ່າ​ຂອງ​ຍີ່​ປຸ່ນໄປ​ອາ​ເມ​ລິ​ກາ​ແລ້ວ​ເຮັດ​ເປັນໄມ​ໂຄ​ຣ​ຟີມ​, ຈາກ​ນັ້ນ ອາ​ເມ​ລິ​ກາ​ໄດ້​ສົ່ງ​ເອ​ກະ​ສານ​ສະ​ບັບ​ຕົ້ນ​ຄືນ​ໃຫ້​ຍີ່​ປຸ່ນ, ໃນ​ນີ້ ມີ​ຈຳ​ນວນ​ບໍ່​ໜ້ອຍ​ໄດ້​ເປີດ​ເຜີຍ​ສູ່​ສັງ​ຄົມ​ຢູ່​ປະ​ເທດ​ຍີ່​ປຸ່ນ​ເຊິ່ງ​ສາ​ມາດ​ຊອກ​ອ່ານ​ໄດ້. ແຕ່​​ເນື່ອງ​ຈາກ​ມີຫຼາຍ​ສາ​ເຫດ,ໂທ​ລະ​ເລກ​ລັບ​ແລະ​ເອ​ກະ​ສານ​ລັບ​ສ່ວນ​ໃຫຍ່ທີ່​ບັນ​ທຶກ​ໃນ​ປຶ້ມ​ໃໝ່​ດັ່ງ​ກ່າວ​ບໍ່​ໄດ້​ເປີດ​ເຜີຍ​ຕໍ່​ສັງ​ຄົມ​ຢູ່​ຍີ່​ປຸ່ນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ