ເລີ່​ມ​ເຈລະຈາ​ການ​ຖອນ​ອອກ​ຈາກ EU ຂອງ​ອັງກິດ
2017-06-20 10:54:19  cri 

ການ​ເຈລະຈາການຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ ຫຼື EU ​ຂອງ​ອັງກິດ ໄດ້​ເລີ່​ມຂຶ້ນ ຢ່າງ​ເປັນ​ທາງ​ການ​ຢູ່​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ ​ເຊິ່ງ​ເປັນທີ່​ຕັ້ງຂອງ​ສຳນັກງານ​ໃຫຍ່ EU ​ໃນ​ວັນ​ທີ 19 ມິຖຸນາ​ນີ້. ຂະນະ​ທີ່ຫຼັງ​ປຶກສາ​ຫາລື​ກັນ​ຕະຫຼອດມື້​, ສອງ​ຝ່າຍລ້ວນ​ແຕ່​​ເຫັນວ່າ ກອງປະຊຸມເທື່ອ​ນີ້ ​ເຕັມ​ໄປ​ດ້ວຍບັນຍາກາດ​ທີ່​ສ້າງສັນ.

ທ່ານ​ມິ​ເຊ​ວ ບາ​ນີ​ເອີ ຫົວໜ້າ​ຄະນະ​ຜູ້​ແທນ​ເຈລະຈາ​ຂອງ​ຄະນະ​ກຳມາທິການ​ສະຫະພາບ​ເອີຣົບທີ່​ຮັບຜິດຊອບ​ວຽກ​ງານ​ລະອຽດ​​ໃນການ​ເຈລະຈາ​ ​ແລະ ທ່ານ​ດາ​ວິດ ດາ​ວິສ ລັດຖະມົນຕີ​ທີ່​ຮັບຜິດຊອບ​ວຽກ​ງານ​ຖອນ​ອອກ​ຈາກ EU ຂອງ​ອັງກິດ ຕ່າງ​ກໍ​ເນັ້ນວ່າ: ສອງ​ຝ່າຍ​ມີ​ຫວັງ​ຈະ​ບັນລຸ​ການ​ເຊັນ​ສັນຍາ​​ໃນ​ການຖອນ​ອອກ​ຈາກ EU, ຂະນະ​ທີ່​ທ່ານ​ດາ​ວິສເຫັນ​​ໄປ​ໃນ​ແງ່​ດີວ່າ​ຈະ​ໄດ້​ຮັບ​ໝາກຜົນ​ທີ່​ເພິ່ງພໍ​ໃຈ.

​ໃນ​ການ​ເຈລະຈາ​ມື້​ທຳ​ອິດ​, ອັງກິດ ​ແລະ EU ​ໄດ້​ເຫັນ​ດີ​ໃຫ້ສ້າງຕັ້ງ 3 ໜ່ວຍ​ງານ ​ເພື່ອ​ແກ້​ໄຂ​ວຽກ​ງານ​ຕ່າງໆ ຄື ວຽກ​ງານ​ການ​ທະນາຄານຫຼັງຖອນ​ອອກ, ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ ​ແລະ ວຽກງານ​ທາງ​ກົດໝາຍ​ທີ່​ກ່ຽວຂ້ອງ​ຂອງ​ຝ່າຍ​ທີ​ສາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ