ເກີດ​ເຫດ​ລົດ​ຕຳ​​ລົດ​ທະຫານຢູ່ອາ​ເວ​ນຸຍ ​ເດ ຈຳ​ລີ​ເຊ ນະຄອນຫຼວງປາຣີ
2017-06-20 11:20:34  cri 

​ແຫຼ່ງຂ່າວ​ຈາກ​ກະຊວງ​ພາຍ​ໃນ​ຝຣັ່ງ​ໃຫ້​ຮູ້​ວ່າ: ຕອນ​ບ່າຍ​ວັນ​ທີ 19 ມິຖຸນາ​ນີ້ ຢູ່ ອາ​ເວ​ນຸຍ ​ເດ ຈຳ​ລີ​ເຊ ນະຄອນຫຼວງປາຣີ, ຊາຍ 1 ຄົນ​ໄດ້​ຂັບ​ລົດ​ແລ່ນ​ໄປ​ຕຳ​ລົດ​ສາລະວັດ​ທະຫານ​ຝຣັ່ງ, ສົ່ງ​ຜົນ​ເຮັດ​ໃຫ້​​ໄຟ​ໄໝ້ລົດ ​ແລະ ຊາຍ​ຄົນ​ນັ້ນກໍ​ເສຍ​ຊີວິດຫຼັງທົນບາດ​ເຈັບບໍ່​ໄຫວ. ຂະນະ​ທີ່​ເຫດການ​ນີ້ບໍ່​​​ໄດ້​ເຮັດ​ໃຫ້​ໃຜ​ເສຍ​ຊີວິດ ຫຼື ບາດ​ເຈັບ.

ນອກ​ນີ້, ສື່​ມວນ​ຊົນ​ຝຣັ່ງລາຍ​ງານ​ວ່າ: ກ່ອນ​ໜ້າ​ນີ້, ຊາຍ​ຜູ້​ກໍ່​ເຫດ​ອາຍຸ 33 ປີ ​ໄດ້​ຖືກ​ອົງການ​ສືບ​ຂ່າວ​ລັບ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ທີ່​ຕ້ອງ​ຕິດຕາມ​ຢ່າງ​​ໃກ້ຊິດ ​ແລະເຈົ້າໜ້າ​ທີ່​ຕຳຫຼວດ​ກໍໄດ້​ຄົ້ນພົບປືນ​ກົນ​ມື 1 ກະບອກ​ໃນ​ລົດ​ຂອງ​ຜູ້ກ່ຽວ.

ປັດຈຸບັນ, ໜ່ວຍຕ້ານ​ລັດທິ​ກໍ່​ການ​ຮ້າຍ ພະ​ແນ​ກຕຳຫຼວດນະຄອນຫຼວງປາຣີ ກຳລັງ​ສືບສວນ-ສອບ​ສວນ​ເຫດການ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ