ແມວຫຼຸດ​ຄວາມ​​ຕຸ້ຍ​ເພື່ອ​ຫາ​ເຈົ້າ​ຂອງ​ໃໝ່ (ວິ​ດີ​ໂອ)
2017-06-20 17:48:59  cri 

 

ສູນ​ສັດ​ລ້ຽງ​ວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຮັບ​ແມວເສືອ​ດາວ​ໂຕ​ໜຶ່ງ ຍ້ອນ​ວ່າ​ເຈົ້າ​ຂອງ​​ມັນ​ກໍ​ໄປ​ປ່ອຍ​ຢູ່​ເຮືອນ​ພັກ​ຜູ້​ຊະ​ລາ ແລະບໍ່​ສາ​ມາດ​ລ້ຽງ​ແມວ​ໂຕ​ນີ້ໄດ້​ອີກ​ຕໍ່​ໄປ. ແມວ​ໂຕ​ນີ້​ອາ​ຍຸ 6 ປີ ​ໜັກ​ເກືອບ 16 ກິ​ໂລ ແລະ​ເນື່ອງ​ຈາກ​ມັນ​ຕຸ້ຍ​​ເກີນ​ໄປ, ການຍ່າງຂອງ​ມັນ​ກໍ​ເໝືອນ​ດັ່ງໜ່ວຍ​ໝາກ​ບານ​ກິ້ງ​ຢູ່​ຕາມ​ດິນ. ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ທັງ​ຊ່ວຍຫຼຸດ​ຄວາມ​ຕຸ້ຍ ທັງ​ຊອກ​ຫາ​ເຈົ້າ​ຂອງ​ໃໝ່​ໃຫ້​ແກ່​ແມວ​ໂຕ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ