ຝ​ຣັ່ງ​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ
2017-06-20 10:38:23  cri 
ຕາມ​ຂ່າ​ວ​ສານ​ຊິນ​ຮ​ວາ: ກະ​ຊວງ​ພາຍ​ໃນ​ຝ​ຣັ່ງ​ໄດ້​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກສະ​ພາ​ໃນ​ວັນ​ທີ 19 ມິ​ຖຸ​ນາ​ນີ້ ໂດຍ​ຝ່າຍປະ​ສົມ​ທີ່​ນຳ​​ໂດຍ​ພັກ​ກ້າວ​ໜ້າ​ສາ​ທາ​ລະ​ນະ​ລັດ​ຂອງ​ທ່ານ​ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ຍາດ​ໄດ້​ 350 ທີ່​ນັ່ງ​​ຂອງ 577 ທີ່​ນັ່ງ​ໃນ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ ແລະ​ໄດ້​ກາຍ​ເປັນ​ສຽງສ່ວນຫຼາຍ​ໃນ​ສະ​ພາ.

ໃນ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທີ​ສອງ​ຂອງ​ການ​ເລືອກ​ຕັ້ງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້, ປະ​ຊາ​ຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ 57,36%ສະຫຼະ​ສິດ ເຊິ່​ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ນັບ​​ແຕ່ສ້າງ​ສາ​ທາ​ລະ​ນະ​ລັດ​ທີ 5 ຝ​ຣັ່ງ​​ເມື່ອ​ປີ 1958 ເປັນ​ຕົ້ນ​ມາ.

ນອກ​ນີ້, ທ່ານ​ເສິນ​ເວິນ​ສົງ ຄົນ​ຝ​ຣັ່ງ​ເຊື້ອ​ສາຍ​ຈີນ​ກໍ​ຊະ​ນະ​ໃນ​ເຂດ​ເລືອກ​ຕັ້ງ​ທີ 9 ຂອງ​ນະ​ຄອນຫຼວງ​ປາ​ຣີ ແລະ​ກາຍ​ເປັນ​ສະ​ມ​າ​ຊິກ​ສະ​ພາ​ເຊື້ອ​ສາຍ​ຈີນ​ຄົນ​ທຳ​ອິດ​ຂອງ​ປະ​ເທດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ