ໃພ້ຮຽນ​ມວຍ​ກັງ​​ຟູ​ກັບ​ແມ່​ຍ່າ
2017-06-20 16:13:39  cri 

ຂະ​ນະ​ທີ່​ທ້າ​ວຊຸ່ນ​ເຢິ້ນ​ຈື່​ຮຽນ​ປະ​ລິນ​ຍາ​ໂທ​ຢູ່​ຝ​ຣັ່ງ​ໃນ​ປີ 2012 ​ລາວໄດ້​ຈັດ​ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ທີ່​​ເປັນມູນ​ເຊື້ອ​ຈີນ. ​ຂ​ະ​ນະ​ດຽວ​ກັນ​ກໍ​ເປັນ​ທັງ​ຜູ້​ກຳ​ກັບ ແລະ​ນັກ​ສະ​ແດງ ທັງຍັງ​ໄດ້​ຂຽນ​​ງາມໂຕ​ໜັງ​ສື​ຈີນ​ ​ ແລະ​ແອບ​ມວຍ​ກັງ​ຟູໄປ​ພ້ອມ. ດ້ວຍ​ເຫດ​ນີ້​ຈິ່ງເຮັດ​ໃຫ້​ນາງ​ປາວຫຼິນ ​ສາວ​ຝ​ຣັ່ງ​ທີ່​ມັກ​​ຮັກວັດ​ທະ​ນະ​ທຳ​ຈີນ​​ຢູ່​ແລ້ວ​ເກີດ​ຕິດ​ຕາຕິດ​ໃຈ ແລະໃນ​ທີ່​ສຸດ ​ທັງ​ສອງ​​ກໍໄດ້​ແຕ່ງ​​ດອງ​ກັນຢູ່​ເມືອງ​ນານ​ກິ່ງ​ໃນ​ເດືອນ​ຕຸ​ລາ​ປີ 2015.

ແມ່​​ທ້າວ​ຊຸ່ນ​ເຢິ້ນ​ຈື່​​ເປັນ​ນັກ​ມວຍ​ກັງ​ຟູ​ຈີນ​ລະ​ດັບ 6 ແລະ​ເປັນ​ກຳ​ມະ​ການ​ມວຍ​ກັງ​ຟູລະ​ດັບ​ສອງ​ຂອງ​ປະ​ເທດ​ຈີນ ແລະ​ຈາກ​ການ​ທີ່ນາງ​ປາວຫຼິນ​ຕິດ​ໃຈ​ມ​ວຍ​ກັງ​ຟູຫຼາຍ ​ຈິ່ງ​ແນະ​ນຳ​ແລະ​ພາຕາ​ເວັນ​ຕົກຫຼາຍ​ຄົນ​ມາ​ຮຽນ​ມວຍ​ໄທ​ເກັກ​ນຳ​ແມ່ຍ່າ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ