ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ​ແລະ​ຟິ​ລິບ​ປິນ​ຮ່ວມ​ລາດ​ຕະ​ເວນ​ເທິງ​ທະ​ເລ
2017-06-20 16:04:49  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ​ຟິ​ລິບ​ປິນ ໄດ້​ເລີ່ມ​​ການ​ລາດ​ຕ​ະ​ເວນ​ເທິງ​ທະ​ເລ​ຢູ່​ເຂດ​ທະ​ເລ​ໃກ້​ເມືອງ​ທາ​ຣາ​ກັນ ເທດ​ສະ​ບານ​ແຂວງ​ກາ​ລີ​ມັນ​ຕັນ​ເໜືອ​ປະ​ເທດ​ອິນ​ໂດ​ເນ​ເຊຍ ເພື່ອ​ເພີ່ມ​ທະ​ວີ​ຂີດ​ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ກັນ​ປາບ​ປາ​ມ​ລັດ​ທິກໍ່​ການ​ຮ້າຍ​ແລະ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ໃນ​ພາກ​ພື້ນ.

    ກອງ​ທັບ​ອິນ​ໂດ​ເນ​ເຊຍ​ຖະ​ແຫຼງ​ໃນ​ມື້​ດັ່ງ​ກ່າວ​ວ່າ, ການ​ຮ່ວມ​ລາດ​ຕະ​ເວນ​​ຂອງສາມ​ປະ​ເທດ​ໃນ​ປີ 2016 ກໍ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຢູ່​ເຂດ​ທະ​ເລ​ແດນ​ຕໍ່​ແດນ​ລະ​ຫວ່າງ​ສາມ​ປະ​ເທດ​ທີ່​ມີ​ການ​ຂົ່ມ​ຂູ່​ຈາກ​ໂຈນ​ສະຫຼັດ, ການ​ລັກ​ພາ​ຕົວ, ລັດ​ທິກໍ່​ການ​ຮ້າຍ ແລະ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ອື່ນໆ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ.

    ຂະ​ນະ​ດຽວ​ກັນ, ເພື່ອ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ຈາກ​ລັດ​ທິກໍ່​ການ​ຮ້າຍ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ນອກ​ຈາກ​ການ​ລາດ​ຕະ​ເວນ​ເທິງ​ທະ​ເລ​ແລ້ວ, ອິນ​ໂດ​ເນ​ເຊຍ​ຍັງ​ໄດ້ສົ່ງ​ຍົນ​ຮົບ​ຊຸກ​ໂຮ​ອີ 3 ລຳ​ໄປ​ປະ​ຈຳ​ຖານ​ທັບ​ແຫ່ງ​ໜຶ່ງ​ຢູ່​ລັດ​ໂບ​ໂນ​ເໜືອ​ໃນ​ວັນ​ທີ 16 ມິ​ຖຸ​ນານີ້ ເພື່ອ​ຊ່ວຍ​ປ້ອງ​ກັນ​ຄວາມ​ປ​ອດ​ໄພ ແລະ​ຮັບ​ມື​ກັບ​ພວກ​ຫົວ​ຮຸນ​ແຮງ​ທີ່​ໂຕນ​ໜີ​ຈາກ​ພາກ​ໃຕ້​ຟິ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ