ຟິ​ລິ​ບ​ປິນ​ຈະ​ປະ​ຕິ​ບັດ​ລະ​ບົບ​ການ​ຄ້າ​ປ່ອງ​ຢ້ຽມ​ດຽວ​ຂອງ​ອາ​ຊຽນ
2017-06-20 16:12:38  cri 
    ໜັງ​ສື​ພິມ​ໂລກ​ທຸ​ລະ​ກິດ​ຂອງ​ຟິ​ລິບ​ປິນ​ສະ​ບັບ​ວັນ​ທີ 19 ມິ​ຖຸ​ນານີ້​ລາຍ​ງານ​ວ່າ, ລະ​ບົບ​ປ່ອງ​ຢ້ຽມ​ດຽວ​ແຫ່ງ​ຊາດ ຫຼື NSW ເຊິ່ງ​ເປັນ​ມາດ​ຕະ​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ​ຜ່ານ​ດ່ານ​ຂອງ​ລັດ​ຖະ​ບານ​ຟິ​ລິບ​ປິນ ຈະ​ເລີ່ມ​ເຊື່ອມ​ຕໍ່​ກັບ​ປະ​ເທດ​ອື່ນໆ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ເດືອນ​ທັນ​ວາ​ປີນີ້.

    ທ່ານ Gil S. Beltran  ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຟິ​ລິບ​ປິນ​ກ່າວ​ວ່າ, ລັດ​ຖະ​ບານ​ປະ​ເທດ​ຕົນ​ພວມ​ທົດ​ລອງ​​ຕໍ່​ລະ​ບົບ NSW ແລະ​ຈະ​ເປີດ​ບໍ​ລິ​ການ​ໃນ​ເດືອນ​ກັນ​ຍາ​ປີນີ້ ທັງຈະ​ເຊື່ອມ​ຕໍ່​ກັບ​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ​ກ່ອນ​ເດືອນ​ທັນ​ວາ ໂດຍ​ມີ 66 ອົງ​ການ ເປັນ​ຕົ້ນ ອົງ​ການ​ຄຸ້ມ​ຄອງ​ອາ​ຫານ​ແລະ​ຢາ, ອົງ​ການ​ມາດ​ຕະ​ຖານ​ຜະ​ລິດ​ຕະ​ພັນ, ອົງ​ການ​ປາບ​ປາມ​ຢາ​ເສບ​ຕິດ ແລະ​ອື່ນໆ ພ້ອມ​ດ້ວຍ 10 ເຂດ​ເສດ​ຖະ​ກິດ​ເຊື່ອມ​ຕໍ່​ລະ​ບົບ​ດັ່ງ​ກ່າວ. ແນວ​ໃດ​ກໍ​ດີ, ຫຼັງ​ໃຊ້​ລະ​ບົບ​ດັ່ງ​ກ່າວ​ແລ້ວ, ເວ​ລາ​​ອອກ​ໃບ​ອະ​ນຸ​ຍາດ​ຂາ​ເຂົ້າ​ຂາ​ອອກ​ຈະຫຼຸດ​ຈາກ 1 ເດືອນ​ເຫຼືອ​ພຽງ 3 ມື້ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ