ອາ​ເມ​ລິ​ກາຈະຂວ້ຳ​ບາດ​ຣັດ​ເຊຍ​ອີກ​ເທື່ອໃໝ່
2017-06-21 15:05:51  cri 
ວັນ​ທີ 20 ມິ​ຖຸ​ນາ​ນີ້, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​​ອອກ​ມາ​ເປີດ​ເຜີຍ​ວ່າ: ຈະ​ຂວ້ຳ​ບາດ ​ 38 ​ຄົນ​ແລະ​ອົງ​ການ ເພື່ອ​ໄດ້​ຕອບການ​ກະ​ທຳ​ຂອງ​ຣັດ​ເຊຍ​ໃນ​ບັນ​ຫາ​ອູ​ແກ​ຣນ.

​ຖະ​ແຫຼງ​ການ​ຂອງກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​​ລະ​ບຸ​ວ່າ: ການ​ຂຶ້ນ​ບັນ​ຊີ​ດຳບຸກ​ຄົນ​ແລະ​ອົງ​ການ​ລວມ​ທັງ 1 ອົງ​ການ​ທີ່​ມີ​ເຈ​ຕະ​ນາ​ຫຼົບ​ໜີ​ການ​ຂວ້ຳ​ບາດ​ໃນ​ປັດ​ຈຸ​ບັນ​ແລະສອງອົງ​ການໃນ​ເມື່ອ​ກ່ອນ,ກໍ​​ຄື​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຣັດ​ເຊຍ​ສອງ​ທ່ານ​ນັ້​ນ​ແມ່ນມາດ​ຕະ​ການ​ຂວ້ຳ​ບາດໃໝ່​ເພື່ອ​ສະ​ກັດ​ກັ້ນການ​ກະ​ທຳ​ທີ່​ຫຼົບ​ໜີການຂວ້ຳ​ບາດ​ໃນ​ປັດ​ຈຸ​ບັນ ພ້ອມ​ທັງເຮັດ​ໃຫ້​ມາດ​ຕະ​ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາເປັນ​ເອ​ກະ​ພາບ​ກັບ​ປະ​ເທດ​ຄູ່​ຮ່ວມ​ມືອື່ນໆ.

ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 15 ມິ​ຖຸ​ນາ​ນີ້​ວ່າ: ມາດ​ຕະ​ການ​​ທີ່​ອາ​ເມ​ລິ​ກາ​ຂວ້ຳ​ບາດແມ່ນ "ດາບ​ສອງ​ຄົມ" ​ຄື​ສ້າງ​ຜົນ​ກະ​ທົບ​ຕໍ່​ອາ​ເມ​ລິ​ກາ​ເປັນ​ສ່ວນ​ໃຫຍ່​ດັ່ງ​ເຫັນ​ໄດ້​ຈາກ​ການ​ເປີດ​ເຜີຍ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຫຼັງ​ອາ​ເມ​ລິ​ກາ​ຂວ້ຳ​ບາດ​ຣັດ​ເຊຍ, ຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ຂອງ​ຣັດ​ເຊຍ​ໄດ້ຫຼຸດ​ລົງ​ພຽງ 1% ເທົ່າ​ນັ້ນ, ສ່ວນ​ອາ​ເມ​ລິ​ກາ​​​ເອງໄດ້​​ຮັບຜົນ​ເສຍ​ຫາຍ​ເຖິງ 100 ຕື້​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ