ຈີນ,ລາວ,ມຽນ​ມາ​ແລະ​ໄທ​ລາດ​ຕະ​ເວນຮ່ວມ​ຕາມ​ແມ່​ນ້ຳ​ຂອງ​ຄັ້ງ​ທີ 59
2017-06-21 15:53:36  cri 
ໂອ​ກາດວັນ​ປາບ​ປາມ​ຢາ​ເສບ​ຕິດ​ສາ​ກົນ​ທີ 26 ມິ​ຖຸ​ນາ, ຈີນ,ລາວ,ມຽນ​ມາ​ແລະ​ໄທໄດ້​ຮ່ວມ​ກັນ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍຕາມແມ່​ນ້ຳ​ຂອງ​ຄັ້ງ​ທີ 59 ​ໃນ​ວັນ​ທີ 20 ມິ​ຖຸ​ນາ​ນີ້​ໂດຍ​ໄດ້​ເລີ່ມ​ຂຶ້ນຢູ່​ທ່າ​ກຳ​ປັ່ນ​ກ່ວນ​ເຫຼີຍ​ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ​ແຂວງ​ຢຸນ​ນານ ສ​ປ ​ຈີນ. ​ການ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ຄັ້ງ​ນີ້, ທັງ 4 ປະ​ເທດ​ໄດ້​ສົ່ງ​ກຳ​ປັ່ນ​ລາດ​ຕະ​ເວນ​ 8 ລຳ, ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ 204 ຄົນ ເພື່ອ​​ລາດ​ຕະ​ເວນຕາມ​ລຳ​ນ້ຳ​ຂອງແລະ​​ບາງ​ຈຸດກໍ​ຄື​ໂຄ​ສະ​ນາ​ການ​ປາບ​ປາມ​ຢາ​ເສບ​ຕິດ​ໃນ​ວັນ​ປາບ​ປາ​ມ​ຢາ​ເສບ​ຕິດ​ສາ​ກົນ ແລະ ການ​ແລກ​ປ່ຽນ​​ວັດ​ທະ​ນະ​ທຳ, ​ກິ​ລາ​ແລະ​ອື່ນໆ.

ຂະ​ນະ​ດຽວ​ກັນ, ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ປາບ​ປາມ​ຢາ​ເສບ​ຕິດ​ທີ່​ຍັງ​ຫຍຸ້ງ​ຍາກ​ຢູ່​ຕາມ​ແມ່​ນ້ຳ​ຂອງ​, ລົງ​ເລິກ​ກົນ​ໄກ​ຮ່ວມ​ມື​ຄວາມ​ປອດ​ໄພການ​ປະ​ຕິ​ບັດ​ກົດ​ໝາຍ​ຢູ່​ຕາມ​ແມ່​ນ້ຳ​ຂອງ​ຕື່​ມ​ອີກນັ້ນ ໜ່ວຍປະ​ຕິ​ບັດ​ກົດ​ໝາຍ​ທັງ 4 ປະ​ເທດຈະ​ຮ່ວມ​ກັນ​ໂຄ​ສະ​ນາ​ການ​ປາບ​ປາ​ມ​ຢາ​ເສບ​ຕິດ,ການ​ແລກ​ປ່ຽນ​ສະ​ພາບ​ການ​ຕິດ​ຢາ​ເສບ​ຕິດ,​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ຮ່ວມ​ມື​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ​​ກ່ຽວ​ກັບ​ການປາບ​ປາມ​ອາ​ຊະ​ຍາ​ກອນຢາ​ເສບ​ຕິດ​ຂ້າມ​ຊາດ​ແລະອື່ນໆ​ຢູ່ເຂດແມ່​ນ້ຳ​ທີ່​ສຳ​ຄັນເປັນ​ຕົ້ນສາມ​ຫຼ່ຽມ​ຄຳ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ