ລັດ​ຖະ​ບານ​ກຳ​ປູ​ເຈຍພ້ອມ​​ອຳ​ນວຍຄວາມ​ສະ​ດວກ​ການ​ອອກ​ວີ​ຊ່າໃຫ້​ແກ່ປະ​ຊາ​ຊົນ​ຈີນ
2017-06-21 15:54:27  cri 
​ວັນ​ທີ 20 ມິ​ຖຸ​ນາ​ນີ້, ທ່ານ ຕົງ​ຄອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ກ່າວ​ໃນ​ບຸນ​ທ່ອງ​ທ່ຽວ​ສາ​ກົນ​ຂອງ​ເສັ້ນ​ທາງ​ສາຍ​ໄໝ ການ​ເດີນ​ທາງ​ໄປ​ຕຸ່ນຫວງ​ຄັ້ງ​ທີ 7 ວ່າ: ປັດ​ຈຸ​ບັນ, ກຳ​ປູ​ເຈຍ​ໄດ້​ໃຫ້​ບໍ​ລິ​ການ​​ອອກ​ວີ​ຊ່າ​ຢູ່​ປາຍ​ທາ​ງ​ແລະ​ວີ​ຊ່າ​ເອ​ເລັກ​ໂຕ​ຣ​ນິກໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາ​ກົນ ແລະ​ເມື່ອມໍ່ໆ​ນີ້ລັດ​ຖະ​ບານ​ກຳ​ປູ​ເຈຍ​ກໍໄດ້​ວາງ​ນະ​ໂຍ​ບາຍ​ໃໝ່​, ເພື່ອ​​ບໍ​ລິ​ການ​ການອອກວີ​ຊ່າ​ໄປ​ກັບ​​ໄດ້ຫຼາຍ​ເທື່ອ​ຄື:1 ປີ, 2 ປີແລະ 3 ປີ​ໃຫ້​ແກ່​ນັກ​ລົງ​ທຶນ​ແລະ​ນັກ​ທ່ອງ​ທ່ຽວ​ຈີນ.

ທ່ານ​ ຕົງ​ຄອນ ໃຫ້​ຮູ້​ວ່າ: ກະ​ຊວງ​ຂອງ​ຕົນໄດ້​ວາງ​ແຜນ​​ຍຸດ​ທະ​ສາດ​ການທ່ອງ​ທ່ຽວ​​ເພື່ອ​ນັກ​ທ່ອງ​ທ່ຽວ​ຈີນ ໂດຍ​ໄດ້ເຜີຍ​ແຜ່​ປຶ້ມ​ປົກ​ຂາວ "CHINA READY" ​ເຊິ່ງ​ໝັ້ນ​ໃຈ​ວ່າ:​​ຮອດ​ປີ 2020 ຈະສາ​ມາດຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​​ໃຫ້​ໄດ້ຢ່າງ​ໜ້ອຍ 2 ລ້​ານ​ຄົນ. ປັດ​ຈຸ​ບັນ,ກຳ​ປູ​ເຈຍ​ໄດ້​ກາຍ​ເປັນ​ປະ​ເທດ​ ​ປາຍ​ທາງການ​ທ່ອງ​ທ່ຽວ​ທີ່​ສຳ​ຄັນ​​ຂອງ​ຈີນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ທັງ​ນີ້​ໃນປີ 2016 ປະ​ຊາ​ຊົນ​ຈີນໄປ​ກຳ​ປູ​ເຈຍ​ປະ​ມານ 830.000 ເທື່ອ​ຄົນ ເພີ່ມ​ຂຶ້ນ 19,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015 ແລະ​ກໍ​ໃນ​ໄລ​ຍະ​ດຽວ​ກັນ, ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໄດ້​ໄປ​ຈີນ​ປະ​ມານ 49.900 ເທື່ອ​ຄົນ ເພີ່ມ​ຂຶ້ນ 17,5% ເມື່ອ​ທຽບ​ປີ 2015 ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ