ມະ​ຫາ​ວິ​ທະ​ຍາ​ໄລ​ການ​ກີ​ລາ​ປັກ​ກິ່ງ​ຈັດ​ງານ​ແລກ​ປ່ຽນ​ການ​ສົ່ງ​ເສີມ​ສຸ​ຂະ​ພາບ​ສາ​ກົນ​ປະ​ຈຳ​ປີ 2017
2017-06-21 10:52:17  cri 

ຕອນ​ເຊົ້າ​ວັນ​ທີ 20 ມິ​ຖຸ​ນາ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລ​ການ​ກີ​ລາ​ປັກ​ກິ່ງ​ໄດ້​ຈັດ​ງານ​ແລກ​ປ່ຽນ​ການ​ສົ່ງ​ເສີມ​ສຸ​ຂະ​ພາບ​ສາ​ກົນ 2017 ຂຶ້ນ, ໂດຍ​ຕົ້ນ​ຕໍ​ເນັ້ນ​ການ​ຟ້ອນມວຍ​ໄທ​ເກັກ​ແລະ​ໃນ​ງານ​ດັ່ງ​ກ່າວ​ມີ​ທີມ​ສະ​ແດງ​ຈາກ​ຈີນ, ແບນ​ຊິກ, ສີ​ລັງ​ກາ, ແມັກ​ຊິກ, ຮົງ​ກາ​ລີ, ບ​ຣູ​ໄນ​ແລະ​ປະ​ເທດ​ອື່ນໆ​ເຂົ້າ​ຮ່ວມ.

ການ​ຈັດ​ງານ​ດັ່ງ​ກ່າວ​ກໍ​ເພື່ອ​ດຶງ​ດູດ​ຊາວ​ຕ່າງ​ປະ​ເທດ​ທີ່​ໄດ້​ຮຽນ​ຟ້ອນມວນ​ໄທ​ເກັກ​ມາ​ແລ້ວ​ນັ້ນ​ເຂົ້າ​ຮ່ວມ​ເຜີຍ​ແຜ່​ສິ​ລະ​ປະ​ການ​ຟ້ອນມວຍ​ໄທ​ເກັກ​ທີ່​ເຂັ້ມ​ແຂງ​ປະ​ສານ​ກັບ​ຄວາມ​ອ່ອນ​ຊ້ອຍ​ຂອງ​ກິ​ລາ​ພື້ນ​ເມືອງ​ນີ້​ສູ່​ສາຍ​ຕາ​ປະ​ຊາ​ຊົນ​ກໍ​ຄື​ສື່ມວ​ນ​ຊົນ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ. ທັງ​ນີ້​ນັກ​ສະ​ແດງ​ຫຼາຍ​ຄົນ​ໃຫ້​ທັດ​ສະ​ນະ​ວ່າ​ການ​ຟ້ອນ​ໄທ​ເກັກ​ເປັນ​ກິ​ລາ​ທີ່​ເຝິກ​ໃຫ້​ເກີດ​ຄວາມ​ທຸ່ນ​ທ່ຽງ​ແລະ​ມີ​ສຸ​ຂະ​ພາບ​ແຂງ​ແຮງ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ