ຂປລ. ງານວາງສະແດງສິນຄ້າ ເຄື່ອງເຮືອນລາວ ຄັ້ງທີ 2 ປະຈໍາປີ 2017 ເຊິ່ງຈະຈັດ ຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 10-16 ກໍລະກົດ 2017 ນີ້ ເຊິ່ງຈະມີສິນຄ້າຫລາກຫລາຍ ທັງພາຍໃນ ແລະ ຕ່າງປະເທດ 100 ກວ່າບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມ ເປັນຕົ້ນຜະລິດຕະພັນ ເຄື່ອງເຟີນີເຈີ, ເຄື່ອງຫັດຖະກໍາ, ອຸປະກອນເຄື່ອງມື, ເຄື່ອງຈັກຕ່າງໆ ກ່ຽວກັບການຜະລິດ, ເຄື່ອງຮັບໃຊ້ວຽກການກໍ່ສ້າງເຮືອນ ແລະ ອື່ນໆ.
ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ໄດ້ຈັດຖະແຫລງຂ່າວ ໃນທ້າຍອາທິດຜ່ານມານີ້ ວ່າ: ເພື່ອເປັນການສ້າງ ຄວາມເຂັ້ມແຂງໃຫ້ສະມາຄົມເຟີນີເຈີລາວ. ໃຫ້ສັງຄົມໄດ້ຮູ້ຈັກ ຜະລິດຕະພັນຂອງລາວເຮົາ ແລະ ຫົວໜ່ວຍທຸລະກິດ ສາມາດເຂົ້າສູ່ຕະຫລາດພາກພື້ນ ແລະ ສາກົນ ໃນອະນາຄົດ. ພ້ອມນັ້ນ, ກໍເພື່ອສືບຕໍ່ຈາກການຈັດງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 1 ປີ ຜ່ານມາໃຫ້ຕໍ່ເນື່ອງ. ສ້າງເປັນເວທີເຕົ້າໂຮມພູມປັນຍາ, ເຕົ້າໂຮມປະສົບການ ຈາກຜູ້ປະກອບການຈາກຕ່າງປະເທດ ເພື່ອມາຫາລືແລກປ່ຽນ ເຊິ່ງກັນ ແລະ ກັນ, ພ້ອມທັງເປີດໂອກາດທີ່ດີ ໃຫ້ຜູ້ປະກອບການ ແລະ ລູກຄ້າໄດ້ຮູ້ຈັກ ແລະ ພັດທະນາສິນຄ້າ ໄປພ້ອມໆກັນ.
ທ່ານ ກອງມາລາ ພົມມາໄລ ກ່າວຕື່ມວ່າ: ງານວາງສະແດງ ສິນຄ້າເຄື່ອງເຮືອນ ຖືເປັນວຽກງານໜຶ່ງ ທີ່ມີຄວາມສໍາຄັນທີ່ສຸດ ສໍາລັບຫົວໜ່ວຍທຸລະກິດ ທີ່ໄດ້ນໍາເອົາຜົນງານ ຫລື ຜະລິດຕະພັນໃໝ່ໆ ທີ່ມີຄຸນນະພາບດີ ມາວາງສະແດງຊື້-ຂາຍ ໃຫ້ຜູ້ມາທ່ຽວຊົມງານ ໄດ້ມີໂອກາດຈັບຈ່າຍ-ຊື້ຂາຍ, ທັງເປັນການສ້າງມູນຄ່າເພີ່ມ ໃຫ້ກັບຜະລິດຕະພັນຂອງລາວ ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງຕາມຄວາມຕ້ອງການຂອງລູກຄ້າ ແລະ ຕະຫລາດ ເຮັດໃຫ້ສາມາດສົ່ງອອກສູ່ສາກົນໄດ້. ນອກຈາກນັ້ນ, ຍັງເປັນການສ້າງວຽກເຮັດງານທໍາ ໃຫ້ກັບປະຊາຊົນ ໃຫ້ມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ.