ງານວາງສະແດງສິນຄ້າ ເຄື່ອງເຮືອນລາວ ຄັ້ງທີ 2 ຈະຈັດຂຶ້ນໃນເດືອນໜ້ານີ້
2017-06-21 10:56:24  cri 

ຂປລ. ງານ​ວາງສະ​ແດງ​ສິນຄ້າ ​​ເຄື່ອງ​ເຮືອນ​ລາວ ຄັ້ງ​ທີ 2 ປະ​ຈໍາປີ 2017 ​ເຊິ່ງຈະ​ຈັດ ​ຂຶ້ນ​ທີ່​ສູນ​ການ​ຄ້າ ​ລາ​ວ-​ໄອ​ເຕັກ, ນະຄອນຫລວງ​ວຽງ​ຈັນ ໃນ​ລະຫວ່າງ​ ວັນ​ທີ 10-16 ກໍລະກົດ 2017 ນີ້ ​ເຊິ່ງຈະ​ມີ​ສິນຄ້າ​ຫລາກ​ຫລາຍ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​100 ກວ່າ​ບັນດາຫົວ​ໜ່ວຍ​ທຸລະ​ກິດ​ເຂົ້າ​ຮ່ວມ ​ເປັນ​ຕົ້ນຜະລິດ​ຕະພັນ ​ເຄື່ອງ​ເຟີ​ນີ​ເຈີ​, ​ເຄື່ອງຫັດຖະ​ກໍາ, ອຸປະກອນ​​ເຄື່ອງ​ມື, ​ເຄື່ອງ​ຈັກ​ຕ່າງໆ ກ່ຽວ​ກັບ​ການ​ຜະລິດ, ​ເຄື່ອງຮັບ​ໃຊ້​ວຽກການ​ກໍ່ສ້າງ​ເຮືອນ ​ແລະ ອື່ນໆ.      
       
ທ່ານ ກອງ​ມາລາ ພົມມາ​ໄລ ຮອງ​ປະທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ ​ໄດ້​ຈັດຖະ​ແຫລ​ງຂ່າວ​ ໃນ​ທ້າຍ​ອາທິດ​ຜ່ານ​ມານີ້ ວ່າ: ​ເພື່ອ​ເປັນ​ການ​ສ້າງ​ ຄວາມ​ເຂັ້ມ​ແຂງ​ໃຫ້ສະມາຄົມ​ເຟີ​ນີ​ເຈີ​ລາວ. ​ໃຫ້​ສັງຄົມ​ໄດ້​ຮູ້ຈັກ ​​ຜະລິດຕະພັນ​ຂອງ​ລາວ​​ເຮົາ ​ແລະ ຫົວໜ່ວຍ​ທຸລະ​ກິດ ​ສາມາດ​ເຂົ້າ​ສູ່​ຕະຫລາດ​ພາກ​ພື້ນ ​ແລະ ສາກົນ ​ໃນ​ອະນາ​ຄົດ.  ພ້ອມ​ນັ້ນ​, ກໍ​ເພື່ອ​ສືບ​ຕໍ່​ຈາກ​ການຈັດ​ງານວາງສະ​ແດງ​ເຄື່ອງ​ເຮືອນ​ລາວ ​ຄັ້ງ​ທີ 1 ປີ ຜ່ານມາ​ໃຫ້​ຕໍ່​ເນື່ອງ. ສ້າງ​ເປັນ​ເວທີ​ເຕົ້າ​​ໂຮມ​ພູມ​ປັນຍາ, ​ເຕົ້າ​ໂຮມ​ປະສົບ​ການ ​ຈາກ​ຜູ້​ປະກອບ​ການ​ຈາກ​ຕ່າງປະ​ເທດ​ ເພື່ອ​ມາ​ຫາລື​ແລກປ່ຽນ ​ເຊິ່ງກັນ ​ແລະ ກັນ, ພ້ອມທັງ​ເປີດໂອກາດທີ່​ດີ​ ໃຫ້​ຜູ້​ປະກອບ​ການ ​ແລະ ລູກ​ຄ້າ​ໄດ້​ຮູ້ຈັກ ​ແລະ ພັດທະນາ​ສິນຄ້າ ໄປ​ພ້ອມໆ​ກັນ.  

ທ່ານ ກອງ​ມາລາ ພົມມາ​ໄລ ກ່າ​ວຕື່ມ​ວ່າ: ງານ​ວາງສະ​ແດງ ​ສິນຄ້າ​ເຄື່ອງ​ເຮືອນ ​ຖື​ເປັນ​ວຽກ​ງານ​ໜຶ່ງ ​ທີ່​ມີ​ຄວາມ​ສໍາຄັນທີ່​ສຸດ​ ສໍາລັບ​ຫົວໜ່ວຍ​ທຸລະ​ກິດ ​ທີ່ໄດ້​ນໍາ​ເອົາ​ຜົນງານ ຫລື ຜະລິດ​ຕະພັນ​ໃໝ່ໆ​ ທີ່​ມີ​ຄຸນ​ນະພາ​ບດີ​ ມາ​ວາງສະ​ແດງ​ຊື້-ຂາຍ ​ໃຫ້​ຜູ້​ມາ​ທ່ຽວຊົ​ມງານ​ ໄດ້​ມີ​ໂອກາດ​ຈັບຈ່າຍ-ຊື້​ຂາຍ, ທັງ​ເປັນ​ການ​ສ້າງ​ມູນ​ຄ່າ​ເພີ່ມ​ ໃຫ້​ກັບ​ຜະລິດ​ຕະພັນຂອງ​ລາວ​ ກາຍ​ເປັນ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ລາຄາ​ສູງ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ​ແລະ ຕະຫລາດ ​ເຮັດ​ໃຫ້​ສາມາດ​ສົ່ງ​ອອກ​ສູ່​ສາກົນ​ໄດ້.  ນອກຈາກ​ນັ້ນ​, ຍັງ​ເປັນ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ ​ໃຫ້​ກັບ​ປະຊາຊົນ​ ​ໃຫ້​ມີ​ຊີ​ວິດ​ການ​ເປັນ​ຢູ່ດີ​ຂຶ້ນ​ເລື້ອຍໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ