ຈີນ​ຈະ​ມີ​ເຮືອ​ບິນ​ແອ​ບັ​ສນັບ​ມື້​ນັບ​ຫຼາຍ​ຂຶ້ນ
2017-06-21 16:34:22  cri 
ທ່ານ​ເສີນ​ຈູ​ມິນ ຜູ້​ອຳ​ນວຍ​ການ​ໃຫຍ່​​​ບໍ​ລິ​ສັດແອ​ບັ​ສ​ສາ​ຂາ​ຈີນ​ກ່າວໃນ​ງານ​ວາງ​ສະ​ແດງ​ການ​ບິນ​ແລະ​ການ​ບິນ​ອະ​ວະ​ກາດ​ສາ​ກົນ​ປາ​ຣີ ເລີ ບົວ​ເກດທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມິ​ຖຸ​ນາ​ນີ້​ວ່າ, ​ຫຼາຍ​ປີຜ່ານ​ມາ, ການ​ຮ່ວ​ມ​ມື​ລະ​ຫວ່າງ​ບໍ​ລິ​ສັດແອ​ບັ​ສ​ແລະ​ຂະ​ແໜງ​ການ​ບິນ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງຕໍ່​ເນື່ອງ, ​ເຊິ່ງ​ຈະ​ສົ່ງ​ຜົນ​ເຮັດ​ໃຫ້ເຮືອ​ບິນແອ​ບັ​ສ​​ຢູ່​ຈີນ​ນັບ​ມື້​​ຫຼາຍ​ຂຶ້ນ.

ທ່​ານ​ເສິນ​ຈູ​ມິງ​ກ່າວ​ວ່າ, ໂຮງ​ງານປະ​ກອບ​ເຮືອ​ບິນແອ​ບັ​ສ A320 ທ່ຽນ​ສິງ​ທີ່​ເປີດ​ນຳ​ໃຊ້​ເມື່ອ​ປີ 2008 ​ຜ່ານມາ​, ໄດ້​ສຳ​ເລັດ​ການ​ປະ​ກອບແລະ​ມອບ​ເຮືອ​ບິນ A320 ຈຳ​ນວນ 324 ລຳ​ຢູ່​ນະ​ຄອນ​ທ່ຽນ​ສິງ, ແລະໃນ​ປີ​ນີ້​ກໍ​ໄດ້​ສຳ​ເລັດ​ການ​ປະ​ກອບ​ແລະ​ມອບ​ເຮືອ​ບິນ​ຕື່ມ​ອີກ 20 ລຳ. ຄຽງ​ຄູ່​ກັບ​ການ​ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ບໍ​ລິ​ສັດແອ​ບັ​ສ​ແລະ​ຄູ່​ຮ່ວມ​ມື​ຝ່າຍ​ຈີນ​​ບໍ່​ຢຸດ​ຢັ້ງນັ້ນ, ໂຮງ​ງານ​ປະ​ກອບ​ເຮືອ​ບິນແອ​ບັ​ສ​ທ່ຽນ​ສິງ​ໄດ້​ປ່ຽນ​ຊື່​ເປັນ​ໂຮງ​ງານ​ປະ​ກອບ​ເຮືອ​ບິນ​ແອ​ບັ​ສ A320 ອາ​ຊີ​ແລະ​ຈະ​ມອບ​ເຮືອ​ບິນ​ໃຫ້​ແກ່​ບໍ​ລິ​ສັດ​ການ​ບິນ​ໃນ​ອາ​ຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ