ການ​ປະ​ຕິ​ບັດ​ກົດ​ໝາຍ​ປົກກະ​ຕິ​ຈະ​ບໍ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ຄ້າ​​ທີ່ຊອບ​ດ້ວຍ​ກົດ​ໝາຍ​​ຕາມ​ຊາຍ​ແດນ​ຈີນ-ມຽນ​ມາ
2017-06-21 16:00:38  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ມີ​ນັກ​ຂ່າວ​ໄດ້​ຖາມ​ໃນ​ພິ​ທີ​​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມິ​ຖຸ​ນາ​ນີ້ ໂດຍ​ມີ​ນັກ​ຂ່າວ​ຖາມ​ມີ​ກະ​ແສ​ຂ່າວວ່າ, ເມື່ອ​ມໍ່ໆ​ມາ​ນີ້ ໄດ້​ປິດບັນ​ຊີ​ທະ​ນາ​ຄານ​​​ຂອງ​ພໍ່​ຄ້າ​ຊາຍ​ແດນ​ມຽນ​ມາຢູ່​ເມືອງ​ຢຸ້ຍ​ລີ້ ເຊິ່ງອາດ​ຈະ​ກ່ຽວ​ພັນ​ເຖິງ​​ການຫຼິ້ນ​ພະ​ນັນ ແລະມີ​ຫາງ​ສຽງ​​ສ່ວນ​ໜຶ່ງ​ຈາກມຽນ​ມາ​​ທີ່​ເປັນ​ຫ່ວງ​ວ່າ​ຈະ​ກະ​ທົບ​​ຕໍ່ການ​ຄ້າ​ປົ​ກກະ​ຕິ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ. ຂໍ​ຖາມ​ວ່າ​ຈີນ​ມີ​ຄຳ​ເຫັນແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ເກິ໋ງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ວ່າ, ຕາມ​ແຫຼ່ງ​ຂ່າວ​ແຈ້ງ​ນັ້ນ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ​ພວມ​ສືບ​ສວນ​ສອບ​ສວນ​ຄະ​ດີ​ຫຼິ້ນ​ພະ​ນັນ​ຢູ່​ແຂວງ​ຢຸນ​ນານ ແລະ​ປິດ​ບັນ​ຊີ​ທະ​ນາ​ຄານ​ຈຳ​ນວນ​ໜຶ່ງ​ທີ່​ກ່ຽວ​ພັນ​ເຖິ​ງ​ຄະ​ດີ​ຕາມ​ກົດ​ໝາຍ ເຊິ່ງການ​ປະ​ຕິ​ບັດ​ກົດ​ໝາຍ​ປົ​ກກະ​ຕິ​ແບບ​ນີ້​ຈະ​ບໍ່​ກະ​ທົບ​ຕໍ່ການ​ຄ້າ​ແລະ​ການ​ໄປ​ມາ​ຫາ​ສູ່​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຢູ່​ເຂດ​ຊາຍ​ຈີນ-ມຽນ​ມາ. ​ໜ່ວຍປະ​ຕິ​ບັດ​ກົດ​ໝາຍ​ຈີນ​ແລະ​ມຽນ​ມາ​ໄດ້​ຮ່ວມ​ມື​ກັນ​​ປາບ​ປາມ​ຂະ​ບວນ​ການ​ອາ​ຊະ​ຍາ​ກຳຂ້າມ​ຊາຍ​ແດນທີ່​ຜິດ​ກົດ​ໝາຍ​ຢ່າງ​ແໜ້ນ​ແຟ້ນ ແລະຈີ​ນ​ຍິນ​ດີ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ປະ​ສານ​ງານ​ກັບ​ມຽນ​ມາ​ໃນ​ໄລ​ຍະ​ສືບ​ສວນ​ສອບ​ສວນ​ຄະ​ດີ ແລະ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ເຂດ​ຊາຍ​ແດນ ແລະ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ