ຈີນ, ລາວ​ ແລະ​ຫວຽດ​ນາມ​ສ້າງ​​ຕັ້ງຫ້ອງ​ການ​ປະ​ສານ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ຕາມ​ຊາຍ​ແດນ​ 3 ປະ​ເທດ
2017-06-21 16:35:13  cri 
ຕາມ​ຂ່າວ​ສານ​ຈີນ: ຫ້ອງ​ການ​ປະ​ສານ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ຊາຍ​ແດນ​ລະ​ຫວ່າງ ​ຈີນ, ລາວ ແລະ​ຫວຽດ​ນາມ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ເມືອງ​ຈ່ຽງ​ເສິງ​ແຂວງ​ຢຸນ​ນານ ສ​ປ ​ຈີນ​ໃນ​ວັນ​ທີ 20 ມິ​ຖຸ​ນາ​ນີ້.

ໄລ​ຍະ​ຜ່ານ​ມາ, ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ​ຈີນ, ລາວ ແລະ​ຫວຽດ​ນາມ​ໄດ້​​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ​ ແລະເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ຄ້າ​ຂາ​ຍ​ຢາ​ເສບ​ຕິດ​ລະ​ຫວ່າງ​ຊາຍ​ແດນ​ສາມ​ປະ​ເທດ​ທີ່​ນັບ​ມື້​ຮ້າຍ​ແຮງ​ຂຶ້ນ ທັງ​ເປັນ​ການເປີ​ດກວ້າງ​ຊ່ອງ​ທາງ​ຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ​ຊາຍ​ແດນ ແລະ​ສະ​ກັດ​ກັ້ນ​​ການ​ກະ​ທຳ​ຜິດ​ຕ່າງໆ ເຊັ່ນ: ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ຂ້າມ​ຊາຍ​ແດນ, ການ​ຄ້າ​ຂາຍ​ແລະ​ຂົນ​​ຢາ​ເຄ​ມີ​ເມື່ອ​ຜະ​ລິດ​ຢາ​ເສບ​ຕິດ ແລະ​ອື່ນໆ​ນັ້ນ, ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ​ທັງ​ສາມ​ປະ​ເທດ​ໄດ້​ຕົກ​ລົງ​ສ້າງ​​ຕັ້ງຫ້ອງ​ການ​ປະ​ສານ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ຊາຍ​ແດນ​ຢູ່​ເມືອງ​ຈ່ຽງ​ເສິງ​​ປະ​ເທດຈີນ, ເມືອງ​ຍອດ​ອູ​ປະ​ເທດ​ລາວ​ ແລະ​ເມືອງ​ດຽນ​ບຽນ​ຟູ​ປະ​ເທດ​ຫວຽດ​ນາມ​ຂຶ້ນ ເຊິ່ງ​ຖື​ວ່າ​ເປັນ​ຫ້ອງ​ການ​ປະ​ສານ​ງານ​ຊາຍ​ແດນ​ສາ​ມ​ຝ່າຍ​ແຫ່ງ​ທຳ​ອິດ​ຂອງ​ພາກ​ພື້ນ​ນີ້ ແລະ​ສ້າງ​ຮູບ​ການ​ຮ່ວມ​ມື​ໃໝ່​ໃຫ້​ແກ່​ການຊຸກ​ຍູ້​​ການຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ​ຊາຍ​ແດນ.

ໃນ​ຕໍ່​ໜ້າ, ຈີນ, ລາວ ແລະ​ຫວຽດ​ນາມ​ຈະ​​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ປະ​ຕິ​ບັດ​ກົດ​ໝາຍ, ສືບ​ສວນ​ເກັບ​ກຳຫຼັກ​ຖານ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ​ການ​ຍົກ​ລະ​ດັບບຸກ​ຄະ​ລາ​ກອນ ເພື່ອ​ຮ່ວມ​ກັນ​ປາບ​ປາມ​ຂະ​ບວນ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ຂ້າມ​ຊາຍ​ແດນ​ລະ​ຫວ່າງ​ສາມ​ປະ​ເທດ​ໃຫ້​ແຂງ​ແຮງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ