ໄທ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກທາງ​ລົດ​ໄຟ​ໄທ-ຈີນ
2017-06-22 10:40:23  cri 
ຕາມ​ຂ່າວ CRI: ວັນ​ທີ 20 ກໍ​ລະ​ກົດ​ນີ້ ທ່ານ​ອາ​ຄົມ ເຕີມ​ພິ​ທະ​ຍາ​ໄພ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ໄທໄດ້​ເນັ້ນ​ວ່າ, ທາງ​ລົດ​ໄຟ​ໄທ-ຈີນ​ຈະ​​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຕົນ​ຢ່າງຮອບ​ດ້ານ ແລະ​ກໍ່ຄາດ​ວ່າ ລັດ​ຖະ​ບານຈະ​ສຳ​ເລັດ​ການ​ພິ​ຈາ​ລະ​ນາ​ໂຄງ​ການ​ດັ່ງ​ກ່າວ​ລະ​ຫວ່າງ​ເດືອນ​ກຸມ​ພາ-ກໍ​ລະ​ກົດ ແລະໄວ​ສຸດ​ຈະ​ເລີ່ມ​ກໍ່​ສ້າງ​ແຕ່​ເດືອນ​ສິງ​ຫາ- ກັນ​ຍາ​​ເປັນ​ຕົ້ນໄປ.

ທ່ານ​ອາ​ຄົມ​ຢືນ​ຢັນ​ວ່າ, ໂຄງ​ການ​ທາງ​ລົດ​ໄຟ​ໄທ-ຈີນ​ທີ່​ໄລ​ຍະ​ທາງ​ລວມ​ຍາວ 252, 5 ກິ​ໂລ​ແມັດ​​ແຕ່​ບາງກອກ- ນະ​ຄອນ​ຣາ​ຊະ​ສີ​ມາ​ຈະ​ໃຊ້​ງົບ​ປະ​ມານ 179 ຕື້ 412 ລ້ານ​ບາດ ໂດຍໄທ​ຈະລົງ​ທຶນ​​ຝ່າຍ​ດຽວ 100% ເຊິ່ງ​ໂຄງ​ການນີ້​ຈະ​ມີ​ຮູບ​ການ​ລົງ​ທຶນ​ຕ່າງ​ກັບ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່ ​ຈີ ​ລົງ​ທຶນ​ເປັນ​ຫຼັກ,  ໝາຍ​ວ່າລັດ​ຖະ​ບານ​ໄທ​ຈະ​ມີ​ສິດ​ພັດ​ທະ​ນາ ທຸ​ລະ​ກິດ​ແລະ​ຄຸ້ມ​ຄອງ​​ທີ່​ດິນ​ທີ່​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ ແລະກົມ​ທາງ​ລົດ​ໄຟ​ໄທ​ຈະ​ຮັບ​ຜິດ​​ຊອບ​ໂຄງ​ການຢ່າງ​ຮອບ​ດ້ານ ເພື່ອຊຸກ​ຍູ້​ໃຫ້​ເຂດ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ສາຍນີ້​ບັນ​ລຸ​ການ​ພັດ​ທະ​ນາ. ຂະ​ນະ​ດຽວ​ກັນ ລັດ​ຖະ​ບານ​ໄທ​ຈະ​ຮັບ​ເອົາພາກ​ເອ​ກະ​ຊົນ​ທີ່​ມີ​ກຳ​ລັງ​ຕົ​ວ​ຈິງ​ນັ້ນ​ເຂົ້າ​​ມາ​ມີ​ສ່ວນຮ່ວມ​​ໃນການ​ບໍ​ລິ​ຫານ​ທາງ​ລົດ​ໄຟ​ໄທ-ຈີນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ