ກຸ່ມ​ຕິດ​ອາ​ວຸດ​ປະ​ທະ​ກັບ​ກອງ​ທັບ​ລັດ​ຖະ​ບານ​ຟີ​ລິບ​ປິນ
2017-06-22 15:58:24  cri 
ວັນ​ທີ 21 ມິ​ຖຸ​ນາ​ນີ້, ກຸ່ມ​ຕິດ​ອາ​ວຸດ​ກຸ່ມ​ໜຶ່ງ​ໄດ້​ບຸກ​ກຸ່ມບ້ານ​ປິກ​ຄາ​ວາ​​ຢັນແຂວງ​​ໂກຕາ​ບາ​ໂຕ​ເໜືອ ພາກ​ໃຕ້​ຟີ​ລິບ​ປິນ ແລະ​ໄດ້​​ປະ​ທະ​ກັບ​ກອງ​ທັບ​ລັດ​ຖະ​ບານ​ຟີ​ລິບ​ປິນ. ຂະ​ນະ​ທີ່ກຸ່ມ​ຕິດ​ອາ​ວຸດ​ທີ່​ໂຕນໜີ​ນັ້ນ​ໄດ້​ຍຶດ​ໂຮງ​ຮຽນ​ທ້ອງ​ຖິ່ນຫຼັງ​ໜຶ່ງ ພ້ອມ​ທັງຈັບ​ປະ​ຊາ​ຊົນ 5 ຄົນ​ເປັນ​ຕົວ​ປະ​ກັນ.

ທ່ານ​ເຣ​ສ​ຕິ​ຕູ​ໂຕ ປາ​ດິນ​ລາ ໂຄ​ສົກ​ກອງ​ກັບ​ຟີ​ລິບ​ປິນ​ໄດ້​ຢືນ​ຢັນ​ວ່າ​ກອງ​ທັບ​ລັດ​ຖະ​ບານ​ໄດ້​ຍິງ​ໂຕ້​ຕອບ​ກຸ່ມ​ຕິດ​ອາ​ວຸດ​ແລະ​ພວກ​ເຂົາ​ກໍ​ໄດ້​ຖອນ​ກຳ​ລັງ​ອອກ​ໄປ​ແລ້ວ​ອັນ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຢູ່​ທ້ອງ​ຖິ່ນ​ກັບ​ສູ່​ສະ​ພາບ​ປົກ​ກະ​ຕິ​ແລ້ວ. ຕາມ​ການ​ລາຍ​ງານ​ຈາກ​ຝ່າຍ​ທະ​ຫານ​ໃຫ້​ຮູ້​ວ່າ: ຂະ​ນະ​ທີ່​ກຸ່ມ​ຕິດອາ​ວຸດ​ໂຕນ​ໜີ​ນັ້ນ​ໄດ້​ຍຶດ​ໂຮງ​ຮຽນ​ທ້ອງ​ຖິ່ນ​ແຫ່ງ​ໜຶ່ງ ພ້ອມ​ທັງ​ຈັບ​ປະ​ຊາ​ຊົນ 5 ຄົນ​ເປັນ​ຕົວ​ປະ​ກັນ. ເນື່ອງ​ຈາກວ່າ​ກຸ່ມ​ຕິດ​ອາ​ວຸດ​​ຖືກ​ໂຈມ​ຕີ​ແລະ​​ຖອນ​ກຳ​ລັງ​ອອກ​ໄປ​ແລ້ວ,ທະ​ຫານ​ຍັງ​ບໍ່​ສາ​ມາດ​ຢືນ​ຢັນວ່າຕົວ​ປະ​ກັນ​ມີ​ຄູ່​ຫຼື​ນັກ​ຮຽນ​ລວມ​ຢູ່​ໃນ​ຈຳ​ນວນ​ນັ້ນ​ຫຼື​ບໍ່​ແລະ​ໄດ້​ຖືກ​ປ່ອຍ​ຕົວ​ຫຼື​ບໍ່. ການ​ປະ​ທະ​ກັນ​ດັ່ງ​ກ່າວ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ສູ້​ຮົບ​ຢູ່​ເມືອງ​ມາ​ລາ​ວີ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ