ມູນ​ຄ່າ​ການຂາຍ​ຍ່ອຍຂອງບໍ​ລິ​ສັດ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​​ຈີນບັນ​ລຸ​ຫຼາຍກວ່າ 3.000 ຕື້ຢວນ
2017-06-22 15:59:34  cri 
ຫວ່າງ​ມໍ່ໆ​ມາ​ນີ້, ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ປະ​ຈຳ​ 6 ເດືອນ​ຂອງ​ປີ​​ການ​ຄ້າເອ​ເລັກ​ໂຕ​ຣ​ນິກ​ຈີນ​ປີ 2017 ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບແຕ່​ເດືອນ​ທັນ​ວາ​ປີ 2016 ຫາ​ເດືອນພຶດ​ສະ​ພາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຂາຍຍ່ອຍ​ທາງ​ອິນ​ເຕີ​ເນັດ​ບັນ​ລຸຫຼາຍກວ່າ 3.000 ຕື້ຢວນ​​ເປັນຄັ້ງ​ທຳ​ອິດ ແລະ ຫຼາຍກວ່າໝົດ​ປີ 2014 ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ເມື່ອ​ທຽບໃສ່​ການ​ຂາຍ​ຍ່ອຍ​ກາ​ນ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ​ໃນ​ໄລ​ຍະ​ດຽວ​ກັນ.

ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ມູນ​ຄ່າ​ການ​ຊື້​ສິນ​ຄ້າ​ທາງ​ອິນ​ເຕີ​ເນັດຂອງ​ຜູ້​ບໍ​ລິ​ໂພກ​​ຈີນມີ​ຫຼາຍກວ່າ​ອາ​ເມ​ລິ​ກາ 2 ເທົ່າ ແລະ ເບິ່ງ​ຈາກ​ຂະ​ໜາດ​ຂອງ​ຕະ​ຫຼາດ​ຂາຍຍ່ອຍ​ທາງ​ອິນ​ເຕີ​ເນັດ​ແລ້ວ, ຈີນ​​ຍັງ​ຄົງ​ຄອງ​ເປັນ​ອັນ​ດັບ 1 ຂອງ​ໂລກ​ໃນຫຼາຍ​ປີ​ຜ່ານ​ມາ. ໃນ​ປີ 2016, ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ​ໄດ້​ກວມ​ຫຼາຍກວ່າ 1 ສ່ວນ 3 ຂອງຍອດ​ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ໃນ​ທົ່ວ​ໂລກ. ​ອັດ​ຕາ​ສ່ວນ​ຂອງມູນ​ຄ່າ​ການ​​ຂາຍຍ່ອຍ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ໃນ​ຍອດ​ມູນ​ຄ່າ​ການ​ຂາຍ​ຍ່ອຍ​ໃນ​ສັງ​ຄົມ​ບໍ່​ພຽງ​ແຕ່​ສູງ​ຫຼາຍກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ໂລກເທົ່າ​ນັ້ນ,ຫາກ​ຍັງ​ກໍ​ສູງກວ່າ​ເອີ​ຣົບ,ອາ​ເມ​ລິ​ກາ​​ເໜືອ ແລະໃນ 3 ປີ​ຫຼັງ​ມາ​ນີ້, ອັດ​ຕາ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ