ນາ​ຍົກ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົ​ສຄັ້ງ​ທີ 11
2017-06-22 15:46:02  cri 
ຕາມ​ຂ່າວ CRI: ທ່ານ​ເກິງ​​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 21 ມິ​ຖຸ​ນາ​ນີ້​ວ່າ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຈີນ​ຈະ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົ​ສ​ຄັ້ງ​ທີ 11 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຕ້າ​ຫຼຽນ ສ​ປ ຈີນ​ແຕ່​ວັນ​ທີ 26 ຫາ​ວັນ​ທີ 28 ມິ​ຖຸ​ນາ​ນີ້, ແລະ​ກ່າວ​​ປ​າ​ໄສ​ໃນ​ພິ​ທີ​ເປີດ. ໃນ​ໄລ​ຍະ​ດັ່ງ​ກ່າວ​ທ່ານ​ຫຼີ​ເຄີ້​ສຽງ​ຈະ​​ພົບ​ປະ​ກັບ​ຜູ້​ນຳ​ຂອງ​ປະ​ເທດ​ຕ່າງໆ​ທີ່ເຂົ້າ​ຮ່ວມ​ປະ​ຊຸມ​, ​ລວມ​ທັງ​ຈະ​ປຶກ​ສາ​ຫາ​ລື​ກັບ​ຜູ້​ແທນກອງປະ​ຊຸມ​ຈຳ​ນວນ​ໜຶ່ງ​ແລະ​ກັບ​ບຸກ​ຄົນ​ໃນວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ, ການ​ທະ​ນາ​ຄານ, ຄັງ​ປັນ​ຍາ​, ສື່ມວນ​ຊົ​ນ​ແລະ​ອື່ນໆ.
ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ເນັ້ນ​ຫົວ​ຂໍ້ "ບັນ​ລຸ​ການ​ເຕີບ​ໂຕ​ແບບກວມ​ລວມ​ໃນ​ໄລ​ຍະ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້​ງ​ທີ 4", ໂດຍ​ມີ​ບຸກ​ຄົນ​ສຳ​ຄັນ​ທາງ​ການ​ເມືອງ, ເຈົ້າ​ໜ້າ​ທີ່, ນັກ​ທຸ​ລະ​ກິດ, ຜູ້​ຊ່ຽວ​ຊານ​ແລະ​ຜູ້​ຕາງ​ໜ້າ​ສື່ມວນ​ຊົນ 1500 ກວ່າ​ຄົນ​ຈາກ 90 ກວ່າ​ປະ​ເທດ​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ