ນັກ​ທ່ອງ​ທ່ຽ​ວ​ຈີນ​ໄປ​ທ່ຽວ​ກຳ​ປູ​ເຈຍ​​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ
2017-06-22 16:04:09  cri 
ຄຽງ​ຄູ່​ກັບ​ການ​ຂະ​ຫຍາຍ​ຕົວ​ຂອງສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ກຳ​ປູ​ເຈຍຢ່າງ​ບໍ່​ຢຸດ​ຢັ້ງ, ​ລວມ​ທັງທິວ​ທັດ​ທີ່​ມີ​ຊື່​ສຽງ​ຂອງ​ກຳ​ປູ​ເຈຍ​​ບົດ​ບາດ​ໃນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ນັ້ນ, ສົ່ງ​ຜົນ​ເຮັດ​ໃຫ້​ປີ​ນີ້ນັກ​ທ່ອງ​ທ່ຽວ​ຈີນເດີນ​ທາງ​ໄປ​ທ່ຽວ​ກຳ​ປູ​ເຈຍເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ​ໂດຍຫຼ້າ​ສຸດກຳ​ປູ​ເຈຍ​ໄດ້​ເປີດ​ເຜີຍ​ວ່າ, ໃນ 4 ເດືອນ​ຕົ້ນ​ປີ​ນີ້​ນັກ​ທ່ອງ​ທ່ຽວ​ຈີນ​ມາ​ທ່ຽວ​ປະ​ເທດ​ຕົນມີ​ເຖິງ 3 ແສນ 6 ໝື່ນ​ເທື່ອ​ຄົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 31%, ​ແລະຈີນ​​ກໍໄດ້​ກາຍ​ເປັນ​ປະ​ເທດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງ​ກຳ​ປູ​ເຈຍ.

ຕາມ​ແຜນທີ່​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ວາງ​ອອກ​ໃນ​ປີ 2016, ກຳ​ປູ​ເຈຍ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນເຂົ້າ​ມາ​ທ່ຽວ​ປະ​ເທດ​ຕົນ​ໃຫ້​ໄດ້ 2 ລ້ານ​ເທື່ອ​ຄົນ​ຕໍ່​ປີ​​ຈົນ​ເຖິງ​ປີ 2020.

ແຕ່​​ການ​ທີ່ນັກ​ທ່ອງ​ທ່ຽວ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວນັ້ນ​ໄດ້​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສາ​ມາດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຂອງ​ອົງ​ການ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ. ​ແລະເພື່ຍ​ຍົກ​ລະ​ດັບ​ບໍ​ລິ​ການ​ຂອງ​ຜູ້​ນຳ​ທ່ຽວ​ທ້ອງ​ຖິ່ນແລະ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ໃກ້​ຊິດ​ກັນ​ໂດຍ​ຜ່ານ​ການ​ທ່ອງ​ທ່ຽວເມື່ອ​ມໍ່ໆ​ມາ​ນີ້, ກຳ​ປູ​ເຈຍ​ໄດ້​ສົ່ງ​ຜູ້​ນຳ​ທ່ຽວ 18 ຄົນ​​ມາ​ຍົກ​ລະ​ດັບ​ການ​ນຳ​ທ່ຽວ​ຢູ່​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ