ຈີນ-ອາ​ເມ​ລິ​ກາ​ຫາ​ລື​ວຽກ​ງານ​ການ​ຕ່າງ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ​ ​ຮອບ​ທຳ​ອິດ
2017-06-22 11:10:14  cri 
ຕາມ​ຂ່າວCRI: ທ່ານ​ຢ໋າງ​ເຈຍ​ສື ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ, ທ່ານເຣກ​ສ໌ ຕີ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ທ່ານຈິມ ມາ​ຕິ​ສ໌ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເປັນ​ປະ​ທານ​ຮ່ວມ​ປຶກ​ສາ​ຫາ​ລື​ວຽກ​ງານ​ການ​ຕ່າງ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ​ຈີນ-ອາ​ເມ​ລິ​ກາ​ຮອບ​ທຳ​ອິດ ທີ່​ນະ​ຄອນຫຼວງວໍ​ຊິງ​ຕັນ​ໃນ​ວັນ​ທີ 21 ມິ​ຖຸ​ນາ​ນີ້.

ສອງ​ຝ່າຍ​​ຢືນ​ຢັນ​ວ່າ, ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ຄວາມ​​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ພະ​ຍາ​ຍາມ​ເປີດກວ້າງ​ຂົງ​ເຂດ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ຄວບ​ຄຸມ​ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ ແລະ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ, ໝັ້ນ​ຄົງ​ແລະ​ຍາວ​ນານ ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ. ສອງ​ຝ່າຍ​ເຫັນ​ວ່າ, ການ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີທ​ຣຳຈະ​​ຢ້ຽມ​ຢາມ​ຈີນ​ໃນ​ປີ​ນີ້​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ຍ່ອມ​ຈະປະ​ສົບ​ຜົນ​ສຳ​ເລັດ​​ຢ່າງ​ຈົບ​ງາມ. ​ຂະ​ນະ​ດຽວ​ກັນ​ທັງສອງ​ຝ່າຍ​ລ້ວນ​ແຕ່​​ຫວັງ​ໃຫ້​ມີ​ການ​ຫາ​ລືຮອບ​ທຳ​ອິດຂອງຫຼາຍ​ກົນ​ໄກ​ການ​ຫາ​ລື​ລະ​ດັບ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ປະ​ຕິ​ບັດ​ກົດ​ໝາຍ, ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ, ສັງ​ຄົມ ແລະ​ວັດ​ທະ​ນະ​ທຳ ແລະ​ຫວັງ​ໃຫ້​ທຸກໆ​ການປຶກ​ສາ​ຫາ​ລື​ໄດ້ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

​ນອກ​ນີ້, ສອງ​ຝ່າຍ​ຍັງ​ເຫັນ​ວ່າ, ການ​ປຶກ​ສາ​ຫາ​ລື​ວຽກ​ງານການ​ຕ່າງ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ​ຈີນ-ອາ​ເມ​ລິ​ກາ​ຮອບ​ທຳ​ອິດ​ມີ​ລັກ​ສະ​ນະ​ສ້າ​ງ​ສັນ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ອຸ​ດົມ​ສົມ​ບູນ ແລະ​ເຫັນ​ດີ​ຈະ​ສືບ​ຕໍ່​ນຳ​ໃຊ້​ກົນ​ໄກ​ດັ່ງ​ກ່າວ ເພື່ອເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ເປີດກວ້າງ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ກັນ, ຄວບ​ຄຸມ​ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ ເພື່ອຕັ້ງ​ໜ້າ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ໃຫ້​ຂະ​ຫຍາຍ​ຕົວ​​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ