ເຈົ້າ​ຊີ​ວິດ​ອາ​​ຣັບ​ບີ​ຊາ​ອຸດິດ​ປົດອົງ​ມົງ​ກຸດ​ເກົ່າ​ແລະ​ແຕ່ງ​ຕັ້ງ​ລູກ​​ຕົນ​ເປັນ​​ອົງ​ມົງ​ກຸດ​ໃໝ່
2017-06-22 14:17:55  cri 
ສົມ​ເດັດ​ຊານ​ມານ ບິນ ອັບ​ດູ​ລາ​ຊິ​ສ ອານ ຊາວ ເຈົ້າ​ຊີ​ວິດ​ ທັງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີອາ​​ຣັບ​ບີ​ຊາ​ອຸ​ດິດ​ໄ​ດ້​ອອກ​​ຄຳ​ສັ່ງປົດ​​ສະ​ເດັດ​ໂມ​ຮາ​ເມັດ ບິນ ນາ​ເຢັ​ຟ ຜູ້​ເປັນຫຼານຕຳ​ແໜ່ງ​​ອົງ​ມົງ​ກຸດ​ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ແລະ​ແຕ່ງ​ຕັ້ງ​ສະ​ເດັດ​ໂມ​ຮາ​ເມັດ ບິນ ຊານ​ມານ ລູກ​​ຕົນ ​ຈາກຮອງ​ອົງ​ມົງ​ກຸດ​ເປັນ​ອົງ​ມົງ​ກຸດ ແລະ​ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ.

ໂທ​ລະ​ພາບ​ແຫ່ງ​ຊາດ​ອາ​ຣັບ​ບີ​ຊາ​ອຸ​ດິດ​​ລາຍ​ງານວ່າ, ມີ​ສະ​ມາ​ຊິກ 31 ຄົນ​​ຈາກ 34 ຄົນໃນ​ຄະ​ນະ​ກຳ​ມະ​ການ​ເລືອກ​ເຟັ້ນ​ຜູ້​ສືບ​ທອດ​ບັນ​ລັງ ໄດ້​ສະ​ໜັບ​ສະ​ໜູນ​ການ​ແຕ່ງ​ຕັ້ງ​ດັ່ງ​ກ່າວ. ແລະ​ສະ​ມາ​ຊິກຈຳ​ນວນ​ນີ້​ລ້ວນ​ແຕ່​ເປັນ​ສະ​ມາ​ຊິກ​ພະ​ບໍ​ລົມ​ມະ​ວົງ​ສາ​ນຸ​ວົງ.

ນີ້​ເປັນ​ເທື່ອ​ທີ​ສອງ​ທີ່​ສົມ​ເດັດ​ຊານ​ມານ​ປົດ​ອົງ​ມົງ​ກຸດ ​ພາຍ​ຫຼັງ​ສົມ​ເດັດ​ຂຶ້ນ​ຄອງ​ບັນ​ລັງ​ໃນ​ເດືອນມັງ​ກອນ​ປີ 2015 ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ