ສື່ມວນ​ຊົນ​ໄທ​​ທັດ​ສະ​ນະ​ສຶກ​ສາ​ຢູ່​ເຂດ​ມົງ​ໂກ​ໃນ
2017-06-22 15:50:21  cri 
ຕາມ​ຂ່າວCRI: ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ນັກ​ຂ່າວ​ໄທ​ທີ່​ນຳ​ໂດຍ​ທ່ານ ​ພ​ຣອຍ ສຳ​ບັດ ​ໄດ້ເດີນ​ທາງ​ໄປ​​ເມືອງ​ໂຮ​ຮັອດ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ ສ​ປ ຈີນ​ໃນ​ວັນ​ທີ 21 ມິ​ຖຸ​ນາ​ນີ້ ​ເພື່ອ​ຢ້ຽມ​ຢາມ​ແລະທັດ​ສະ​ສຶກ​ສາ​ເປັນ​ເວ​ລາ 3 ວັນ.

ຄະ​ນະ​ຜູ້​ແທນດັ່ງ​ກ່າວ​ໄດ້​​ຢ້ຽມ​ຊົມ​ ສຳ​ນັກ​ງານໜັງ​ສື​ພິມ​ມົງ​ໂກ​ໃນ​ລາຍ​ວັນ​ແລະ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບເຂດ​ມົງ​ໂກ​ໃນ ແລະສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກັນ​ຢ່າງກວ້າງ​ຂວາງ​ກ່ຽວ​ກັບ​ສື່​ດັ້ງ​ເດີມ​ຈະ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຈາກ​ສື່​ໃໝ່​ແນວ​ໃດ, ການ​ເຊື່ອມ​ໂຍ​ງ​ກັນ​ພັດ​ທະ​ນາ​ລະ​ຫວ່າງ​ສື່​ດັ້ງ​ເດີມ​ແລະ​ສື່​ໃໝ່, ການ​ອັບ​ເດດ​ເຕັກ​ນິກ​ໃນ​ຍຸກຫຼາຍ​ຂະ​ແໜງ​ການ​ສື່, ສື່ມວນ​ຊົນ​ຈະ​ເຮັດ​ວຽກ​ງານ​ໂຄ​ສະ​ນາ​ແນວ​ໃດ ​ລວມ​ທັງ​ສື່ມວນ​ຊົນ​ສອງ​ປະ​ເທດ​ຈະ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແນວ​ໃດ ​ດ້ວຍ​ການອີງ​ໃສ່​ທ່າ​ແຮງ​ຂອງ​ຕົນ ແລະ​ອື່ນໆ ​ຂະ​ນະ​ດຽວ​ກັນ​ກໍ​ໄດ້​ເປັນ​ເອ​ກະ​ພາບ​​ຮັດ​ແໜ້ນ​ການ​ຮ່ວມ​ມືລະ​ຫວ່າງ​ສື່ມວນ​ຊົນ​ຈີນ​ໄທ​ເວົ້າ​ລວມ, ເວົ້າ​ສະ​ເພາະ​ລະ​ຫວ່າງ​ສື່​ມົງ​ໂກ​ໃນ​ກັບ​ໄທ ເພື່ອ​ປະ​ກອ​ບ​ສ່ວນ​ເຂົ້າ​ໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ແລະ​ການ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດໃຫ້ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ