ເນ​ປານຈັດ​ສັບ​ປະ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ
2017-06-23 14:33:58  cri 
ສັບ​ປະ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ​ໃນ​ຫົວ​ຂໍ້ "ການ​ສືບ​ທອດ​ກັບ​ການ​ປະ​ດິດ​ສ້າງ"​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ກັດ​ມັນ​ດູ ປະ​ເທດ​ເນ​ປານ​ໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້.

ທ່ານ​ຢິນ​ຄຸນ​ຊົງ ຫົວ​ໜ້າ​ສູນ​ວັດ​ທະ​ນະ​ທຳ​ຈີນ​ເນ​ປານ​ໃຫ້​ຮູ້​ວ່າ: ໃນ​ຖາ​ນະ​ເປັນ​ກິດ​ຈະ​ກຳ​ໃນ​ຫົວ​ຂໍ້​ດຽວ​ທີ່​ກະ​ຊວງວັດ​ທະ​ນະ​ທຳ​ຈີນ​ວາງ​ແຜນ​ຈັດ​ຕັ້ງ​ປະ​ຕິ​ບັດ​ນັ້ນ, ການ​ຈັດສັບ​ປະ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ​​ກໍ​ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ໃຫ້​ຊາວ​ໂລກ​ຮູ້​ຜົນ​ງານ​​ໃນ​ການ​ອະ​ນຸ​ລັກ​ແລະ​ເຜີຍ​ແຜ່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ, ຊຸກ​ຍູ້​ໃຫ້​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ​​ອອກ​ສູ່​ໂລກ​ທັງ​ກາຍ​ເປັນ​ຂົວປະ​ສານ​ຈິດ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ.

ຂ່າວ​ແຈ້ງວ່າ: ກິດ​ຈະ​ກຳ​ສັບ​ປະ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ​ຍັງຈະຈັດ​ຂຶ້ນ​ຢູ່​ສະ​ຖານ​ທີ່​ການ​ສຶກ​ສາ​ແລະ​ເຂດ​ຊຸມ​ຊົນ​ຂອງ​ເນ​ປານ​ເພື່ອ​ສົ່ງ​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ​ລົງ​ສູ່​ບ້ານ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ