ຟີ​ລິບ​ປິນ,ອິນ​ໂດ​ເນ​ເຊຍ​ແລະ​ມາ​ເລ​ເຊຍ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ຕ້ານ​ການ​ກໍ່​ການ​ຮ້າຍ​ຮ່ວມ
2017-06-23 15:31:48  cri 
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ແລະ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຟີ​ລິບ​ປິນ,ອິນ​ໂດ​ເນ​ເຊຍ​ແລະ​ມາ​ເລ​ເຊຍ​ໄດ້​ພົບ​ປະ​ກັນ​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້​ໂດຍ​ໄດ້​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ຕ້ານ​ການ​ກໍ່​ການ​ຮ້າຍ​ຮ່ວມ​ເພື່ອ​ຮັບ​ມື​ກັບ​ສະ​ຖາ​ນະ​ການກໍ່​ການ​ຮ້າຍ​ໃນ​ພາກ​ພື້ນ ແລະ​ຮັບ​ປະ​ກັນ​ບໍ່​ໃຫ້​ກຸ່ມ​ປະ​ກອບ​ອາ​ວຸດ​ຫົວ​ຮຸນ​ແຮງ​ຄົງ​ຕົວ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

​ສາມ​ປະ​ເທດ​ດັ່ງ​ກ່າວ​ເຫັນ​ດີ​ວ່າ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ກຸ່ມຫົວ​ຮຸນ​ແຮງIS​ເປີດຖານ​ທີ່​ໝັ້ນ​ຢູ່​ໃນ​ພາກ​ພື້ນ​ຕົ​ນ, ຄວນ​​ຊົມ​ໃຊ້​ຂ່າວ​ລັບ​ແລະ​ຂໍ້​ມູນ​ຂ່າວ​ສານ​ຮ່ວມ​​ກັນໃຫ້ຫຼາຍ​ຂຶ້ນ, ຕັດ​ແຫຼ່ງທຶນ​ທີ່​ສະ​ໜັບ​ສະ​ໜູນ​ການກໍ່​ການ​ຮ້າຍ, ສະ​ກັດ​ກັ້ນ​ການ​ເຜີຍ​ແຜ່​ເນື້ອ​ໃນ​ກ່ຽວ​ກັບ​ລັດ​ທິ​ຫົວ​ຮຸນ​ແຮງ​ແລະ​ລັດ​ທິ​ກໍ່​ການ​ຮ້າຍທາງ​ອິນ​ເຕີ​ເນັດ​ໂດຍ​ສະ​ເພາະ​ສື່​ສັງ​ຄົມ​ອ໋ອນ​ລາຍ.

ຂະ​ນະ​ດຽວ​ກັນທັງສາມ​ປະ​ເທດ​ໄດ້ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ວ່າ: ຈະ​ໃຊ້​ມາດ​ຕະ​ການ​ສະ​ກັດ​ກັ້ນ​ການ​ຄ້າ​ຂາຍ​ອາ​ວຸດ​ທີ່​ຜິດ​ກົດ​ໝາຍ, ປ້ອງ​ກັນ​ບໍ່​ໃຫ້​ຜູ້​ກໍ່​ການ​ຮ້າຍ​ເຄື່ອນ​​ໄຫວ​ຢ່າງ​ເສ​ລີ,ສະ​ກັດ​ກັ້ນ​ບໍ່​ໃຫ້​ເຜີຍ​ແຜ່​​ເນື້ອ​ຫາ​ຂອງລັດ​ທິ​ຫົວ​ຮຸນ​ແຮງ​ດ້ວຍ​ການ​ໂຄ​ສະ​ນາ, ເຂດ​ຊຸມ​ຊົນ, ​ສາ​ສະ​ໜາ, ​ຂະ​ນະ​ດຽວ​ກັນ​ກໍ​ຕ້ອງ​ໄດ້​ສົ່ງ​ເສີມ​ແນວ​ຄິດ​ການ​ໃຫ້​ອະ​ໄພ,ອ່ອນ​ໂຍນ,ສາ​ມັກ​ຄີ​, ປະ​ຕິ​ບັດ​ໂຄງ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ທີ່​ບໍ່​ໃຫ້​ເກີດ​ມີຫົວ​ຮຸນ​ແຮງ,​ສາ​ມາດ​ດັດ​ນິ​ໄສແລະ​ເຂົ້າ​ສັງ​ຄົມ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ