ຄະ​ນະ​ຜູ້​ແທນ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂະ​ແໜງ​ການສຶກ​ສາ​ອາ​ຊຽນ​ຢ້ຽມ​ຢາມ​ສູນ​ຈີນ-ອາ​ຊຽນ
2017-06-23 16:33:10  cri 

ຄະ​ນະ​ຜູ້​ແທນ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂະ​ແໜງ​ການ​ສຶກ​ສາອາ​ຊຽນ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ຈີນ​ນັ້ນ​ໄດ້​​ເດີນ​ທາງ​ຢ້ຽມ​ຢາມ​ສູນ​ຈີນ-ອາ​ຊຽນນ​ະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 21 ມິ​ຖຸ​ນາ​ນີ້.

ທ່ານ​ວົງ​ເທບ​ອາ​ທະ​ກາ​ຍ​ວັນ​ວະ​ທີ ຫົວ​ໜ້​າຄະ​ນະ​ຜູ້​ແທນ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂະ​ແໜງ​ການ​ສຶກ​ສາອາ​ຊຽນ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ຢື​ນ​ຢັນ​ວ່າ: ການ​ສຶກ​ສາ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ບັນ​ດາ​ປະ​ເທດ​ ທັງ​ເປັນຂະ​ແໜງ​ການສຳ​ຄັນ​ຂອງ​ການ​ກໍ່​ສ້າງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ​ສັງ​ຄົມ​ອາ​ຊຽນ. ​ການ​ເດີນ​ທາງ​ຢ້ຽມ​ຢາມເທື່ອ​ນີ້​ກໍ​ເພື່ອ​ແລກ​ປ່ຽນ​ກັບ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ຈີນ​ຢ່າງກວ້າງ​ຂວາງ, ຄົ້ນ​ຄວ້າ​ຫາ​ລື​ການ​ເຊັນ​ແຜນ​ດຳ​ເນີນ​ງານ​ຮ່ວມ​ມື​ດ້ານ​ສຶກ​ສາ​ທິ​ການ​ຈີນ-ອາ​ຊຽນ ແລະ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ສັງ​ຄົມ​ອາ​ຊຽນ-ຈີນ​ຕື່ມ​ອີກ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂະ​ແໜງ​ການສຶກ​ສາ​ອາ​ຊຽນ​ຍັງ​​ກ່າວ​ວ່າ: ​ຫວັງ​ຈະ​ໄດ້ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ແລະ​ຮ່ວມ​ມື​ ໃນ​ດ້ານ​ອາ​ຊີ​ວະ​ສຶກ​ສາ,ການ​ຝຶກ​ອົບ​ຮົມ​ຄູ​ອາ​ຈານ,ການ​ແລກ​ປ່ຽນຊາວ​ໜຸ່ມ​ແລະ​ອື່ນໆກັບ​ສ​ປ​ຈີນ​ເລິກ​ເຊິ່ງ​ໜັກ​ແໜ້ນ​ເລື້ອຍ​ໆ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ