ເຈົ້າ​ບ່າວ​ຣັດ​ເຊຍ​ຂີ່ລົດ​ຫຸ້ມ​ເກາະໄປ​ຮັບ​ເຈົ້າ​ສາວ
2017-06-23 15:30:44  cri 


​​ເມື່ອ​ເວົ້າ​ເຖິງ​ງານ​ວິ​ວາ, ຫຼາຍ​ຄົນ​ມັກ​ຂີ່​ລົດ​ຍີ່​ຫໍ້​ດັງໃນໂອ​ກາດ​ແຕ່ງ​ດອງ, ແຕ່​ທ້າວ Evgeniya ເຈົ້າ​ບາວ​ແລະ ນາງ Artem ​ເຈົ້າ​ສາວ​ຄູ່​ນີ້​ພັດ​ເຮັດ​ໃຫ້​ຄົນປະ​ຫຼາດ​ໃຈ, ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ຂີ່​ລົດ​ຫຸ້ມ​ເກາະ​ຄັນ​ໜຶ່ງຂະ​ນະ​ໄປ​ຈົດ​ທະ​ບຽນ​ສ້າງ​ຄອບ​ຄົວ. ພວກ​ເຂົາ​ໄດ້​​ຈອດ​ລົດ​ຢູ່ນອກ​ສຳ​ນັກ​ຈົດ​ທະ​ບຽນ,​ ​ແຕ່​ກໍຖືກ​ຕຳ​ຫຼວດ​ປັບ​ໃໝ​ເປັນ​ເງິນ 1.500 ຣູ​ເປຍ ​ຫຼືປະ​ມານ 25 ໂດ​ລາ​ສະ​ຫະ​ລັດ. ທ້າວ Alena Sverlikova ຜູ້​ຈັດ​ພິ​ທີ​​ວິ​ວາ​ເວົ້າ​ວ່າ: ເຫດ​ການ​ດັ່ງ​ກ່າວ​ຈະ​ບໍ່​ທຳ​ລາຍ​ບັນ​ຍາ​ກາດ​ຂອງ​ເຂົາ​ເຈົ້າ ແລະຫຼັງ​ຈາກ​ຈົດ​ທະ​ບຽນ​ບໍ່​ເຖິງ 1 ນາ​ທີ​ກໍ​ຖືກ​ຕຳ​ຫຼວດ​ຈະ​ລາ​ຈອນ​ປັບ​ໃໝ​ແລະ​ຖື​ວ່າ​ນີ້​ເປັນ​ໂຊກ​ດີ​ທີ່​ເຫັນ​ໜ້ອຍ ມັນ​ຈະ​ເປັນ​ຄວາມ​ຊົງ​ຈຳ​ທີ່​ບໍ່​ສາ​ມາດ​ຫຼົງ​ລືມ​ຕໍ່​ເຂົາ​ເຈົ້າ. ຈາກ​ເຫດ​ການ​ນີ້, ສະ​ຖາ​ນີ​ໂທ​ລະ​ພາບ​ທ້ອງ​ຖິ່ນ​ກໍ​ໄດ້​ລາຍ​ງານ​ຂ່າວ​ເລື່ອງ​ນີ້.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ