ສະ​ພາ​ນິ​ຕິ​ບັນ​ຍັດໄທ​ມີ​ມະ​ຕິ​ຜ່ານ"ຮ່າງ​ກົດ​ໝາຍ​ຍຸດ​ທະ​ສາດ​ຊາດ"
2017-06-23 15:40:05  cri 
ວັນ​ທີ 22 ມິ​ຖຸ​ນາ​ນີ້, ສະ​ພາ​ນິ​ຕິ​ບັນ​ຍັດ​ໄທ​ມີ​ມະ​ຕິ​ເອ​ກະ​ສັນ​ຜ່ານ"ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​​ວາງ​ຍຸດ​ທະ​ສາດ​​ຊາດ"ດ້ວຍ​ 218 ​ສຽງເຫັນ​ດີ ແລະ​ງົດ​ອອກ​ສຽງ​ 3 ​ສຽງ. ຈາກ​ນັ້ນ ໄທ​ຈະ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຍຸດ​ທະ​ສາດ​ຊາດ​ທີ່​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານ​ຕາມ​ກົດ​ໝາຍ​ດັ່ງ​ກ່າວ ເພື່ອ​ວາງ​ຍຸດ​ທະ​ສາດ​ໄລ​ຍະ​ຍາວ.

ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ລະ​ບຸ​ວ່າ, ໄທ​ຈະ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຍຸດ​ທະ​ສາດ​​ຊາດ​ທີ່​ປະ​ກອບ​ມີ 35 ຄົນ ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານ ແລະນອກ​ຈາກ​ມີ​ປະ​ທານ​ສະ​ພາ​ຜູ້​ແທນ​ລາ​​ສະດອນ, ປະ​ທານ​ວຸດ​ທິ​ສະ​ພາ,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫຼື​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ​ແລະ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ອື່ນໆ​ແລ້ວ, ຍັງມີທັງ​ຜູ້​ບັນ​ຊາ​ການ​​ທະ​ຫານ​ບົກ,ທະ​ຫານ​ເຮືອ ແລະ​ທະ​ຫານ​ອາ​ກາດ​ແລະ​ບຸກ​ຄົນ​ສຳ​ຄັນ​ທາງ​ການ​ທະ​ຫານ​ອື່ນໆ ລວມ​ທັງ​ປະ​ທານ​ສະ​ພາ​ກະ​ສິ​ກຳ,ອຸດ​ສາ​ຫະ​ກຳການ​ຄ້າ ແລະສະ​ພາ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ເປັນ​ຕົ້ນ ກໍ​ຄືຜູ້​ຊ່ຽວ​ຊານ​ວິ​ຊາ​ການ​ອາ​ວຸ​ໂສ​ທີ່​ມີ​ບໍ່​ເກີນ 17 ຄົນ.

ຫຼັງ​ຈາກ​ປະ​ຕິ​ບັດ​ກົດ​ໝາຍ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​ແລ້ວ, ລັດ​ຖະ​ບານ​ປ​ຣະ​​ຍຸດ ຈັນ​ໂອ​ຊາ ສາ​ມາດ​ວາງ​ຍຸດ​ທະ​ສາດ​​ຊາດຕາມ​ລະ​ບຽບ​ການ, ສ່ວນ​ລັດ​ຖະ​ບານ​ຊຸດ​ໃໝ່​ທີ່​ຈະ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ຕໍ່​ໜ້າ​ກໍ​ຄວນ​ປະ​ຕິ​ບັດ​ຕາມ​ຍຸດ​ທະ​ສາດ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ