ສາວ​ພາ​ເສືອ​ນ້ອຍທ່ຽວ​ສວນ
2017-06-23 16:18:03  cri 


ວັນ​ທີ 22 ມິ​ຖຸ​ນາ​ນີ້, ຢູ່​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ສາດ​ຟູ​ນີວຊ່ານ​ເມືອງ​​ໂລ້ຢາງ​ແຂວງ​ເຮີ​ນານ ສ​ປ ຈີນ, ມີສາວ​ສອງ​ຄົນພາ​ເສືອ​ນ້ອຍ​ສອງ​ໂຕ​ໄປ​ຍ່າງ​ຫຼິ້ນ ​ເຊິ່ງ​ພາບ​ດັ່ງ​ກ່າວ​ສາ​ມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ໄດ້​ເປັນ​ຢ່າງ​ດີ. ຂ່າວ​ແຈ້ງວ່າ: ເສືອ​ນ້ອຍ​ສອງ​ໂຕ​ນີ້​ແມ່ນ​ລູກ​ຝາ​ແຝດ​ທີ່​ເກີດ​ຈາກ​ແມ່​ເສືອ​ຕົ່ງ​ເປີຍ ເຊິ່ງ​ປັດ​ຈຸ​ບັນ, ພວກ​ມັນອາ​ຍຸ​ພຽງ​ແຕ່​ສອງ​ເດືອນ​ກວ່າ​ແລະ​ພວກ​ມັນ​ກໍເກີດ​ຢູ່​ສວນ​ສັດ​ປ່າ​ແຫ່ງ​ໜຶ່ງ​ໃກ້ສວນ​ສາ​ທາ​ລະ​ນະ.ພະ​ນັກ​ງານສວນ​ສາ​ທາ​ລະ​ນະ​ເວົ້າ​ວ່າ: ເນື່ອງ​ຈາກພວກ​ມັນ​ຍັງ​ນ້ອຍ​ຢູ່​ຈຶ່ງ​​ສາ​ມາດ​ພາ​ຢາງທ່ຽວ​ເພື່ອ​ສຳ​ຜັດ​​ທຳ​ມະ​ຊາດ.
1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ