ທະ​ນາ​ຄານ​ຈີນ​​ເປີດ​ສາ​ຂາ​ຢູ່​ກຳ​ປູ​ເຈຍ
2017-06-23 10:06:57  cri 
ທະ​ນາ​ຄານ​ຈີນ ຫຼື BOC ສາ​ຂາ​ຊຽມ​ລຽບ​ແລະ​ທ່າ​ສີ​ຫາ​ນຸກ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້.

ທ່ານ​ເສິນ​ສາງ​ຈ່ຽງ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ຈີນ​ສາ​ຂາ​ພະ​ນົມ​ເປັນ​ກ່າວ​ໃນ​ພິ​ທີ​​ດັ່ງ​ກ່າວວ່າ, ການ​ເປີດ​ສາ​ຂາ​ຢູ່​ຊຽມ​ລຽບ​ແລະ​ທ່າ​ສີ​ຫາ​ນຸກ ໃນ​ມື້​ນີ້ ສ່ອ​ງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ຕໍ່​ເສດ​ຖະ​ກິດ​ກຳ​ປູ​ເຈຍ​ໃນ​ອະ​ນາ​ຄົດ. ​ຈາກ​ນີ້ ທະ​ນາ​ຄານ​ຈີນ​ຈະ​ຕັ້ງ​ໜ້າ​​ບຸກ​ບືນ​ລະ​ດົມ​ທຶນ​ສຳ​ລັບ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢູ່​ກຳ​ປູ​ເຈຍ, ເປັນ​ທູດ​​ໃນ​ການເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ, ​ສ້າງ​ຄວາມ​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ການ​ຄ້າ​ສອງ​ຝ່າຍ ແລະຈະ​ສະ​ໜັບ​ສະ​ໜູນ​ທຶນເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ ພ້ອມ​ທັງ​ເພີ່ມ​ການ​ລົງ​ທຶນ​ຕໍ່​ໂຄງ​ການ​ໃຫຍ່​ຂອງ​​ປະ​ເທດ​ດັ່ງ​ກ່າວ.

ຫົວ​ໜ້າອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ທະ​ນາ​ຄານ​ກາງ​ກຳ​ປູ​ເຈຍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​​ທະ​ນາ​ຄານ​ຈີນ​ທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທະ​ນາ​ຄານ​ແລະ​ວິ​ສາ​ຫະ​ກິດ​ຂອງປະ​ເທດ​ຕົນ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ